ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຕ້ອງ​ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນ​າ​ການ,​ປະ​ດິດ​ຄິດ​ສ້າງ ພ້ອມ​ກັນ​ພັດ​ທະ​ນາ​ປະ​ເທ​ດ​ຊາດ

(VOVWORLD) -ຕອນເຊົ້າວັນທີ 31 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂະແໜງແຜນການ ແລະ ການລົງທຶນ (31 ທັນວາ 1945 – 31 ທັນວາ 2020) ແລະ ມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ກະຊວງແຜນການແລະການລົງທຶນ.
ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຕ້ອງ​ນຳ​ໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນ​າ​ການ,​ປະ​ດິດ​ຄິດ​ສ້າງ ພ້ອມ​ກັນ​ພັດ​ທະ​ນາ​ປະ​ເທ​ດ​ຊາດ - ảnh 1ພິທີມອບຫຼຽນໄຊເອກະລາດຊັ້ນໜຶ່ງໃຫ້ກະຊວງແຜນການແລະການລົງທຶນ (ພາບ: VOV)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊວັນຟຸກ ໄດ້ຢ້ຳຄືນບັນດາຜົນງານຮອບດ້ານຂອງປະເທດຊາດໃນເກືອບ 35 ປີແຫ່ງການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກ, ມີການປະກອບສ່ວນສຳຄັນຂອງຂະແໜງແຜນການ ແລະ ການລົງທຶນ, ໂດຍກົງແມ່ນກະຊວງແຜນການ ແລະ ການລົງທຶນ ເຊິ່ງແມ່ນອົງການເປັນເສນາທິການດ້ານຍຸດທະສາດ, ການລວບລວມຂອງ ພັກ ແລະ ລັດ.

ໃນນັ້ນ, ກະຊວງໄດ້ສ້າງ 3 ແຜນຍຸດທະສາດ 10 ປີແຫ່ງການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ ນັບແຕ່ ປີ 1991 ຈົນມາຮອດດຽວນີ້ ແລະ ປັດຈຸບັນພວມສ້າງແຜນຍຸດທະສາດໄລຍະແຕ່ປີ 2021 – 2030 ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ. ທ່ານຫງວຽນຊວັນຟຸກ ໄດ້ຍົກອອກ 9 ສິ່ງທ້າທາຍຕົ້ນຕໍ ຕໍ່ການພັດທະນາປະເທດຊາດ, ໂດຍສະເພາະແມ່ນການກະທົບຂອງໂລກລະບາດໂຄວິດ - 19 ແລະ ຄວາມເຄັ່ງຕຶງດ້ານພູມສາດການເມືອງເຊິ່ງ ຫວຽດນາມພວມປະເຊີນໜ້າ. ທ່ານກໍ່ຖືວ່າ, ກະຊວງແຜນການແລະການລົງທຶນ ຕ້ອງຮັບຮູ້ສິ່ງທ້າທາຍເຫຼົ່ານີ້ ເພື່ອປະຕິບັດເປົ້າໝາຍພັດທະນາຂອງປະເທດຊາດ ປີ 2025, 2030 ແລະ ພິເສດແມ່ນມີວິໄສທັດຮອດປີ 2045 ດ້ວຍການກຳນົດທີ່ຕັ້ງຢ່າງຈະແຈ້ງ ກ່ຽວກັບ ພາລະບົດບາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ດ້ວຍຖານະເປັນ “ເສນາທິການໃຫຍ່”, ກະຊວງແຜນການ ແລະ ການລົງທຶນຕ້ອງສ້າງແຜນການເພື່ອບັນລຸໄດ້ຄວາມບຸກທະລຸຂອງເປົ້າໝາຍເສດຖະກິດສັງຄົມປີ 2021, ກໍຄືໄລຍະຕໍ່ໄປ ໃຫ້ຕິດພັນກັບເປົ້າໝາຍ ແລະ ວິໄສທັດ ເຊິ່ງກອງປະຊຸມຄັ້ງທີ XIII ຂອງພັກຈະວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ