ກະຊວງແຜນການແລະການລົງທຶນ ຍູ້ໄວຄວາມຄືບໜ້າສ້າງການວາງແຜນກຳນົດໃຫ້ສຳເລັດ, ຮັບປະກັນຄວາມຄົບຊຸດ, ເປັນເອກະພາບ

(VOVWORLD) -ທ່ານຮອງປະທານສະພາແຫ່ງຊາດສະເໜີໃຫ້ກະຊວງນີ້ ສ້າງບົດລາຍງານໃຫ້ສຳເລັດ, ຕີລາຄາແຈ້ງກວ່າກ່ຽວກັບຂໍ້ຄົງຄ້າງ, ຜົນສະທ້ອນສາຍເຫດທີ່ພາໃຫ້ມີຂໍ້ຄົງຄ້າງໃນກົດໝາຍວ່າດ້ວຍການວາງແຜນກຳນົດທີ່ມີຕໍ່ການຈັດຕັ້ງການວາງແຜນ
ກະຊວງແຜນການແລະການລົງທຶນ ຍູ້ໄວຄວາມຄືບໜ້າສ້າງການວາງແຜນກຳນົດໃຫ້ສຳເລັດ, ຮັບປະກັນຄວາມຄົບຊຸດ, ເປັນເອກະພາບ - ảnh 1ທີ່ການເຮັດວຽກກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ
(ພາບ: TTXVN)

ຕອນເຊົ້າວັນທີ 04 ມີນາ, ຢູ່ຮ່າໂນ້ຍ, ຄະນະຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບວຽກງານວາງແຜນກຳນົດ ນັບແຕ່ເມື່ອ ກົດໝາຍວ່າດ້ວຍການວາງແຜນກຳນົດ ມີຜົນສັກສິດ” ໄດ້ມີການເຮັດວຽກກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ, ກະຊວງແຜນການ ແລະ ການລົງທຶນ ມີບົດບາດສຳຄັນໃນການເປັນຕົວແທນຂອງລັດຖະບານ ກ່ຽວກັບການຄຸ້ມຄອງລັດໃນການວາງແຜນກຳນົດ. ທ່ານຮອງປະທານສະພາແຫ່ງຊາດສະເໜີໃຫ້ກະຊວງນີ້ ສ້າງບົດລາຍງານໃຫ້ສຳເລັດ, ຕີລາຄາແຈ້ງກວ່າກ່ຽວກັບຂໍ້ຄົງຄ້າງ, ຜົນສະທ້ອນສາຍເຫດທີ່ພາໃຫ້ມີຂໍ້ຄົງຄ້າງໃນກົດໝາຍວ່າດ້ວຍການວາງແຜນກຳນົດທີ່ມີຕໍ່ການຈັດຕັ້ງການວາງແຜນ, ຄຸນນະພາບການວາງແຜນ, ຕີລາຄາລັກສະນະເປັນໄປໄດ້ ກໍຄືມາດຕະການແກ້ໄຂດັດປັບການວາງແຜນຢ່າງຄົບຊຸດ.

ຕອບກັບ

ຂ່າວ/ບົດ​ອື່ນ