ກະຊວງແຮງງານ,ທະຫານເສຍອົງຄະແລະສັງຄົມຊຸກຍູ້ການຮ່ວມມືໃໝ່ໃນຂົງເຂດແຮງງານຢູ່ຍີ່ປຸ່ນ

ກະຊວງແຮງງານ,ທະຫານເສຍອົງຄະແລະສັງຄົມຊຸກຍູ້ການຮ່ວມມືໃໝ່ໃນຂົງເຂດແຮງງານຢູ່ຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 24/12 ພິທີ​ລົງ​ນາມ​​ໃນບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ໂຄງການນັກ​ເຝິກ​ງານ ຫວຽດນາມ ຢູ່ ຍີ່ປຸ່ນ ລະຫວ່າງ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ຫວຽດ​ນາມ ກັບ​ອົງການ​ກໍ່ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ສາກົນ ຍີ່ປຸ່ນ (IM Japan) ດຳ​ເນີນ​ຢູ່​ສຳນັກ​ງານ IM Japan ທີ່ ຮ່າ​ໂນ້ຍ. ບົດ​ບັນທຶກ​ຊ່ວຍ​ຈຳລະຫວ່າງ 2 ຝ່າຍ​ທີ່​ລົງ​ນາມ​ໃນ​ຄັ້ງ​ນີ້ ​ໄດ້​ຮັບ​ການ​ເພີ່ມ​ເຕີ່​ມ​ເນື້ອ​ໃນ​ຫລາຍ​ຢ່າງ ບົນ​ພື້ນ​ຖານ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ສະບັບ​ໃໝ່​ຂອງ ຍີ່ປຸ່ນ ​ເຊິ່ງສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ຫາ​ກໍ່ຮັບຮອງ​ເອົາ. ​ໃນ​ນັ້ນ ​ເປີດ​ກ້ວາງ​ເປົ້າ​ໝາຍ​ທີ່​ຮັບ​ນັກ​ເຝິກ​ງານ, ຄົນ​ງານ​ຕ່າງປະ​ເທດ, ພ້ອມ​ທັງ​ສ້າງ​ເງື່ອນ​ໄຂຕໍ່​ກຳນົດ​ເວລາ​ສຳລັບວີ​ຊາ​ເຂົ້າ​ເມືອງ​ແຕ່ 3 ປີ​​ເປັນ 5 ປີ.​ ທ່ານ Yanagisawa Kyoe ປະທານ IM Japan ​ໃຫ້​ຮູ້​ວ່າ: ນອກຈາກ​ເລື່ອງ​ບັນດາ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ບໍ່​ຕ້ອງ​ເສຍຄ່າ​ໃດ, ບັນດາ​ຜູ້​ທີ່​ບັນລຸ​ມາດຕະຖານ​ສຳ​ເລັດ 5 ປີ​ຝຶກ​ງານ​ຢູ່ ຍີ່ປຸ່ນ ຢ່າງ​ຄົບ​ຖ້ວນ ​ຈະ​ໄດ້ຮັບ​ການ​ໜູນ​ຊ່ວຍ​ຈາກ IM Japan ​ໃນການ​ກໍ່​ສ້າງທາງ​ໄກ​ກ່ຽວ​ກັບ​ບັນດາ​ທັກ​ສະ​ພື້ນຖານ​ຄື: ການບໍລິຫານ​ວິ​ສາ​ຫະກິດ, ການ​ບັນຊີ, ການ​ເງິນ...​ເພື່ອ​ສາມາດ​ເປີດ​ບໍລິສັດ​ສ່ວນ​ຕົວ. ທິດ​ນຳ​ຂອງ IM Japan  ​ແມ່ນບໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ແຮງ​ງານ ຫວຽດນາມ ​​ມາ​ເຮັດ​ວຽກຢູ່ ຍີ່ປຸ່ນ​ເທົ່ານັ້ນ ຫາກ​ຍັງ​ຊ່ວຍ​ເຫຼືອ​ແຮງ​ງານ ຫວຽດນາມ ສືບ​ຕໍ່​ພັດທະນາ​ພາຍຫລັງ​ສິ້ນ​ສຸດ​ໄລຍະ​​ເຮັດ​ວຽກ​ຢູ່ ຍີ່ປຸ່ນ ອີກ​ດ້ວຍ. ​

ຂ່າວ/ບົດ​ອື່ນ