ກະ​ຕ​ຸກ​ຊຸກ​ຍູ້ກ​ານ​ທ່ອງ​ທ່ຽວ ກວາງ​ນາມ

(VOVWORLD) - ທ່ານໂຮກວາງບຶວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ ຈົ່ງຕອບສະໜອງຢ່າງແຮງ, ຍົກສູງຄຸນນະພາບບັນດາລາຍການທ່ອງທ່ຽວ, ຊຸດຄົ້ນບັນດາເຂດ, ສະຖານທີ່ທ່ອງທ່ຽວ
ກະ​ຕ​ຸກ​ຊຸກ​ຍູ້ກ​ານ​ທ່ອງ​ທ່ຽວ ກວາງ​ນາມ - ảnh 1ການຖະແຫຼງຂ່າວປະກາດລາຍການກະຕຸກຊຸກຍູ້ການທ່ອງທ່ຽວ 2023 ກວາງນາມ - ຄວາມຮູ້ສຶກລະດູຮ້ອນ (ພາບ: nhandan.vn)

ຕອນບ່າຍວັນທີ 22 ມິຖຸນາ, ຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ ໄດ້ສົມທົບກັບບໍລິສັດໃຫຍ່ການບິນ ຫວຽດນາມ (VietNam Airliens) ຈັດການຖະແຫຼງຂ່າວປະກາດລາຍການກະຕຸກຊຸກຍູ້ການທ່ອງທ່ຽວ 2023 ກວາງນາມ - ຄວາມຮູ້ສຶກລະດູຮ້ອນ. ລາຍການໄດ້ດຳເນີນໃນແຕ່ວັນທີ 22 ມິຖຸນາ ຫາວັນທີ 30 ກັນຍາ, ໂດຍຍົກອອກຜະລິດຕະພັນການທ່ອງທ່ຽວທີ່ໂດດເດັ່ນ 16 ຢ່າງດ້ວຍນະໂຍບາຍລາຄາບຸລິມະສິດ ແລະ ການບໍລິການທີ່ມີຄຸນນະພາບດີ, ເພື່ອແນໃສ່ປະກອບສ່ວນຍູ້ແຮງການຟື້ນຟູ, ພັດທະນາການທ່ອງທ່ຽວ, ເພີ່ມຈຳນວນແຂກທ່ອງທ່ຽວມາ ກວາງນາມ. ເພື່ອໃຫ້ລາຍການ ປະສົບຜົນສຳເລັດ ແລະ ຮັບປະກັນຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ, ທ່ານໂຮກວາງບຶວ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດ ຈົ່ງຕອບສະໜອງຢ່າງແຮງ, ຍົກສູງຄຸນນະພາບບັນດາລາຍການທ່ອງທ່ຽວ, ຊຸດຄົ້ນບັນດາເຂດ, ສະຖານທີ່ທ່ອງທ່ຽວ, ລາຍການທ່ອງທ່ຽວຢ່າງມີປະສິດທິຜົນ, ປັບປຸງ, ຍົກສູງຄຸນນະພາບແຫຼ່ງບຸກຄະລາກອນ ແລະ ບັນດາການບໍລິການ.

ຕອບກັບ

ຂ່າວ/ບົດ​ອື່ນ