ກະສິກຳຫັນປ່ຽນຕາມທິດທັນສະໄໝ

ກະສິກຳຫັນປ່ຽນຕາມທິດທັນສະໄໝ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງເຂົ້າຮ່ວມກອງປະຊຸມ

(vovworld) – ພາຍຫຼັງ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 7 ຊຸດ​ທີ 10, ກະສິກຳ​ຫັນປ່ຽນ​ຕາມ​ທິດ​ທັນ​ສະ​ໄໝ - ນີ້​ແມ່ນ​ການ​ຕີ​ລາຄາ​ຂອງ​ກອງ​ປະຊຸມ​ຕີ​ລາຄາ​ໝາກຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ ​ແລະ ພິຈາ​ລະ​ນາ​ທິດ​ທາງ​ຍູ້​ແຮງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 7 ຊຸດ​ທີ 10 ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/12, ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເປັນ​ປະທານ​ກອງ​ປະຊຸມ.

    ພາຍຫຼັງ 5 ປີ​ແຫ່ງ​ການຜັນຂະຫຍາຍມະຕິ​ກ່ຽວ​ກັບ​ການ​ພັດທະນາ​ກະສິກຳ, ຊົນນະບົດ, ຊາວ​ກະສິກອນ, ຫວຽດນາມ ບັນລຸ​ໄດ້​ຫຼາຍ​ໝາກຜົນທີ່​ພົ້ນ​ເດັ່ນ​ໃນ​ທຸກໆ​ດ້ານ. ຕາມ​ນັ້ນ​ແລ້ວ, ກະສິກຳ​ຫັນປ່ຽນ​ຕາມ​ທິດ​ທັນ​ສະ​ໄໝ, ພື້ນຖານ​ໂຄງ​ລ່າງ​ເສດຖະກິດ, ສັງຄົມ​ເຂດ​ຊົນນະບົດ​ຕິດ​ພັນ​ກັບ​ການ​ພັດທະນາ​ຕົວ​ເມືອງ, ວີ​ຊິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ປະຊາຊົນ​ເຂດ​ຊົນນະບົດ, ພິ​ເສດ​ແມ່ນ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໄດ້​ຮັບ​ການ​ຍົກ​ສູງ, ບັນດາ​ຮູບ​ແບບ​ການຈັດ​ຕັ້ງ​ການ​ຜະລິດ, ບໍລິການ​ຢູ່​ເຂດ​ຊົນນະບົດ​ກໍ່​​ເສີ​ມຂະຫຍາຍປະສິດທິ​ຜົນ​ສູງ, ວິ​ທະຍາ​ສາດ, ​ເຕັກ​ໂນ​ໂລ​ຢີ​ໄດ້​ຮັບ​ການ​ນຳ​ໃຊ້, ສ້າງ​ບາດກ້າວ​ບຸກທະ​ລຸ​ໃນ​ກະສິກຳ. ຄົນ​ງາ​ນ​ເຂ​ດຊົນນະບົດ​ກ່ວາ 5 ລ້ານ​ຄົນ​ໄດ້​ມີ​ວຽກ​​ເຮັດ​ງານ​ທຳ. ບັນດາ​ຮູບ​ແບບ​ເສດຖະກິດ​ສະຫະກອນ​ໃໝ່​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ, ​ແບບຢ່າງ​ຄື​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່ 43 ​ແຂວງ​ດ້ວຍ​ເນື້ອ​ທີ່​ປູກ​ເຂົ້າ​ກ່ວາ 100.000 ha.

 

 

 


ຂ່າວ/ບົດ​ອື່ນ