ກະສັດແບນຊິກ Albert II ສະຫຼະລາຊະບັນລັງ

ກະສັດແບນຊິກ Albert II ສະຫຼະລາຊະບັນລັງ - ảnh 1

​(ພາບ:quanhta.com.vn)

(vovworld)- ພາຍຫຼັງ​ຂຶ້ນ​ຄອງ​ລາຊະ​ບັນລັງ​ເປັນ​ເວລາ 20 ປີ, ​ວັນ​ທີ 21/7, ກະສັດ​ແບນ​ຊິກ Albert II ​ໄດ້​ຕົກລົງສະຫຼະ​ລາຊະ​ບັນລັງ ​ແລະ ມອບ​ລາຊະ​ບັນລັງ​ໃຫ້​ພະ​ໂອລົດ​ເຈົ້າຟ້າ​ຊາຍ Philippe. ​ເປັນ​ອັນວ່າ: ​ເຈົ້າຟ້າ​ຊາຍ Philippe, ອາຍຸ 53 ປີ, ກາຍ​ເປັນ​ກະສັດ​ອົງ​ທີ 7 ຂອງ​ລາຊະ​ອານາຈັກ​ແບນ​ຊິກ. ​ໃນ​ພິທີ​ຈັດ​ຂຶ້ນ​ຢ່າງສົມ​ກຽດ​ຢູ່​ວັງ​ພະ​ບໍລົມ​ວົງສາ​ນຸວົງ, ກະສັດ​ແບນ​ຊິກ Albert II ​ໄດ້​ລົງ​ນາມ​ໃນ​ເອກະສານ​ສະຫຼະລາຊະ​ບັນລັງ​ໂດຍ​ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ຜູ້​ມີ​ຍົດ​ຖາ​ບັນດາສັກ ​ແລະ ຜູ້ນຳ​ການ​ເມືອງ​ແບນ​ຊິກ 250 ທ່ານ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ສະຫຼະ​ລາຊະ​ບັນລັງ, ກະສັດ​ແບນ​ຊິກ Albert II ສະ​ແດງ​ຄວາມ​ເຊື່ອໝັ້ນຢ່າງ​ເດັດຂາດຕໍ່​ລູກຊາຍຂອງ​ຕົນ ​ແລະ ​ເນັ້ນໜັກ​ວ່າ: ​ເຈົ້າຟ້າ​ຊາຍ Philippe ມີ​ຄຸນ​ນະທາດອັນ​ຈຳ​ເປັນຢ່າງ​ພຽງພໍ​ເພື່ອສາມາດ​ຮັບ​ໃຊ້​ປະ​ເທດ​ຊາດ​ໄດ້. ​ໃນ​ວັນ​ດຽວ​ກັນ,  ​ເຈົ້າຟ້າ​ຊາຍ Philippe ​ໄດ້​ດຳ​ເນີນ​ພິທີ​ສາບານ​ຕົວ​ເຂົ້າດຳລົງ​ຕຳ​ແໜ່​ງຕໍ່ໜ້າ​ສະພາ​ແ​ຫ່ງຊາດ.

 

 

 

ຂ່າວ/ບົດ​ອື່ນ