ກາຕາພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດ GCC - ອາເມລິກາ

(VOVWORLD) -ວັນທີ 02 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດກາຕາ Mohammed Bin Abdulrahman Bin Jassim Al Thani ຖະແຫຼງວ່າ, ປະເທດນີ້ພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດສະພາຮ່ວມມືເຂດອ່າວເປີເຊຍ (GCC) - ອາເມລິກາ

ກາຕາພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດ GCC - ອາເມລິກາ - ảnh 1 ກາຕາພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດ GCC - ອາເມລິກາ

(ພາບປະກອບ: AFP/TTXVN)

ຄາດວ່າຈະດຳເນີນໃນເດືອນ ພຶດສະພາ ຈະມາເຖິງ, ດ້ວຍເງື່ອນໄຂ “ບັນດາປະເທດພວມຖືກປິດລ້ອມ” ມີຄວາມປາດຖະໜາຢາກຈະແກ້ໄຂບັນດາວິກິດການຄືໃນປະຈຸບັນຢ່າງແທ້ຈິງ ແລະ “ບໍ່ບັງຄັບ”. ກ່າວຄຳເຫັນທີ່ສະຖາບັນວິສາຫະກິດອາເມລິກາ ຢູ່ ວໍຊິງຕັນ ດີຊີ, ປະເທດອາເມລິກາ ທ່ານ Al Thani ຢືນຢັນວ່າ: “ກາຕາ ຍັງປະຫວ່າງໃຫ້ການເຈລະຈາ, ສະໜັບສະໜູນຂໍ້ລິເລີ່ມຂອງກະສັດ ຄູເວດ ແລະ ຈະເຂົ້າຮ່ວມກອງປະຊຸມໂດຍອາເມລິກາ ເປັນຄົນກາງໄກ່ເກ່ຍ ຢູ່ຖານທີ່ໝັ້ນການທະຫານ David”. ຕາມທ່ານ Al Thani ແລ້ວ, ມາດຕະການແກ້ໄຂໃຫ້ບັນດາຄວາມເຄັ່ງຕຶງຄືໃນປະຈຸບັນລະຫວ່າງບັນດາປະເທດ GCC ຕ້ອງອີງໃສ່ຫຼັກການສະເໝີພາບລະຫວ່າງບັນດາປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ