ການກະຈາຍສຽງ ປະກອບສ່ວນຊຸກຍູ້ການພົບປະເຈລະຈາ, ອະນຸລົມ ແລະ ສັນຕິພາບ

(VOVWORLD) -ໂລກພວມຢູ່ໃນຍຸກສະໄໝແຫ່ງຂໍ້ມູນຂ່າວສານດີຈີຕອນ ກໍຕາມ ແຕ່ການກະຈາຍສຽງ ຍັງສວມບົດບາດສະເພາະຂອງຕົນ

        ວິທະຍຸ ແມ່ນພາຫະນະທີ່ເຕັມໄປດ້ວຍກໍາລັງແຮງ, ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ “ການພົບປະເຈລະຈາ, ອະນຸລົມ ແລະ ສັນຕິພາບ”. ນີ້ແມ່ນສານທີ່ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຍົກອອກມາໃນວັນກະຈາຍສຽງໂລກ (WRD) ວັນທີ 13 ກຸມພາ.

ການກະຈາຍສຽງ ປະກອບສ່ວນຊຸກຍູ້ການພົບປະເຈລະຈາ, ອະນຸລົມ ແລະ ສັນຕິພາບ - ảnh 1ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ  ກ່າວຄໍາເຫັນທີ່ການຖະແຫຼງຂ່າວ ຢູ່ ນິວຢອກ, ອາເມລິກາ (ພາບປະກອບ:  THX/TTXVN)

        ທ່ານ Antonio Guterres ໄດ້ເນັ້ນໜັກວ່າ ນັບທັງເມື່ອ ໂລກພວມຢູ່ໃນຍຸກສະໄໝແຫ່ງຂໍ້ມູນຂ່າວສານດີຈີຕອນ ກໍຕາມ ແຕ່ການກະຈາຍສຽງ ຍັງສວມບົດບາດສະເພາະຂອງຕົນ ເມື່ອສໍາຜັດກັບຜູ້ຟັງໄດ້ຫຼາຍກວ່າ ເມື່ອທຽບໃສ່ບັນດາຮູບແບບການສື່ສານອື່ນໆ, ອັນໄດ້ຊ່ວຍສົ່ງຂໍ້ມູນຂ່າວສານທີ່ຈໍາເປັນ ແລະ ຍົກສູງຄວາມຮູ້ຂອງປະຊາຊົນກ່ຽວກັບຫຼາຍບັນຫາສໍາຄັນ. ສໍາລັບ ສປຊ, ພິເສດແມ່ນໃນບັນດາບັ້ນຮົບຮັກສາສັນຕິພາບ, ວິທະຍຸກະຈາຍສຽງແມ່ນພາຫະນະທີ່ຈໍາເປັນເພື່ອການສື່ຂ່າວ, ສ້າງຄວາມສາມັກຄີ, ປັບປຸງກໍາລັງແຮງຂອງປະຊາຊົນທີ່ຖືກຜົນສະທ້ອນຈາກສົງຄາມ. ຢູ່ຫຼາຍພາກພື້ນໃນໂລກ, ໂດຍສະເພາະແມ່ນບັນດາເຂດພາກຫ່າງໄກສອກຫຼີກ, ບໍ່ສາມາດເຊື່ອມຕໍ່ອິນເຕີເນັດໄດ້ນັ້ນ, ຄື້ນວິທະຍຸ ຍັງຄົງແມ່ນພາຫະນະສະໜອງຂໍ້ມູນຂ່າວສານ ແລະ ນໍາມາເຊິ່ງຄວາມຮູ້ທີ່ເປັນປະໂຫຍດ. ພິເສດ, ວິທະຍຸຍັງມີບົດບາດພົ້ນເດັ່ນ ແລະ ເຂັ້ມແຂງໃນການຕິດຕໍ່ຮີບດ່ວນ ແລະ ບັນດາບັ້ນຮົບກູ້ໄພກູ້ຊີບໄພພິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ