ການກະທົບຂອງTPPສຳລັບຂົງເຂດເສດຖະກິດ,ການເງິນແລະຊັບສິນທາງປັນຍາຂອງຫວຽດນາມ

ການກະທົບຂອງTPPສຳລັບຂົງເຂດເສດຖະກິດ,ການເງິນແລະຊັບສິນທາງປັນຍາຂອງຫວຽດນາມ - ảnh 1

ກອງ​ປະຊຸມ​ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 07/7 ຢູ່​ນະຄອນ ວິ​ງ ( ​ແຂວງ ເງ້ອານ)
(ພາບ:​ສື່ເອເລັກໂຕນິກ ເງ້ອານ)

(vovworld) – ”ສັນຍາ TPP ​ແລະ ຜົນ​ກະທົບ​​ເຖິງ​ຂົງ​ເຂດ​ເສດຖະກິດ, ການ​ເງິນ ​ແລະ ຊັບ​ສິນທາງ​ປັນຍາ​ຂອງ​ຫວຽດນາມ” ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ທີ່​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 07/7 ຢູ່​ນະຄອນ ວິ​ງ ( ​ແຂວງ ເງ້ອານ). ກອງ​ປະຊຸມ​ສຸມ​ໃສ່​ປຶກສາ​ຫາລື​ກາລະ​​ໂອກາດ ​ແລະ ການ​ທ້າ​ທາຍ​ສຳລັບ​ບາງ​ຂະ​ແໜງ, ຂົງ​ເຂດ​ລະອຽດ ​ແລະ ການ​ກະກຽມ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ; ການ​ກະທົບ​ຂອງ​ສັນຍາ TPP ​ໃນ​ຂົງ​ເຂດ​ການ​ເງິນ ​ແລະ ບັນດາ​ມາດ​ຕະການ​ດ້ານ​ລະບອບ, ກົດໝາຍ, ການກະທົບ​ຂອງ TPP ​ໃນ​ຂົງ​ເຂດ​ຊັບ​ສິນ​ທາງ​ປັນຍາ. ທ່ານ ​ເຈິ່ນວັນ​ຮັ່ງ, ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ, ຢືນຢັນ​ວ່າ, ສັນຍາ TPP ຈະ​ມີ​ການ​ກະທົບ​ຢ່າງ​ແຮງ​ເຖິງ​ພື້ນຖານ​ເສດຖະກິດ ​ແລະ ວິ​ສາ​ຫະກິດ, ສ້າງ​ກາລະ​ໂອກາດ​ຫຼາຍ​ຢ່າງ​​ໃຫ້​ ຫວຽດນາມ​ໃນ​ວິວັດ​ແຫ່ງ​ການ​ປັບປຸງ​ລະບອບ, ໜູນ​ຊ່ວຍ​ວິວັດ​ການ​ປ່ຽນ​ໃໝ່​ການ​ເຕີບ​ໂຕ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຕາມ​ທິດ​ຂະຫຍັນ​ຂັນ​ເຄື່ອນ, ​ໂປ່​ງ​ໃສ ​ແລະ​ ມີ​ປະສິດທິ​ຜົນ​ກວ່າ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ ​ເຈິ່ນວັນ​ຮັ່ງ ຍັງ​ຖື​ວ່າ, ​ເລື່ອງ​ເຂົ້າ​ຮ່ວມ TPP ​ໄດ້​ວາງ​ອອກ​ການ​ທ້າ​ທາຍ​ຫຼາຍ​ຢ່າງ; ​ໃນ​ນັ້ນ, ຮຽກຮ້ອງ​ຕ້ອງ​ປັບປຸງ​ລະບົບ​ກົດໝາຍ, ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ ​ແລະ ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່; ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ວິ​ສາ​ຫະກິດ, ທັງ​ເພື່ອ​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ​ຂອງ​ສັນຍາ ​ທັງຮັບປະກັນ​ສະຖຽນ​ລະ​ພາບ​ດ້ານການເມືອງ ແລະ ຮັບໃຊ້ຄາດໝາຍພັດທະນາຂອງປະເທດຊາດ.
ຂ່າວ/ບົດ​ອື່ນ