ການຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ”

ການຂົນຂວາຍ “ຊາວ ຫວຽດນາມ     ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” - ảnh 1
ສິນຄ້າ ຫວຽດນາມ ຖືກສົ່ງໄປຂາຍຢູ່ຫລາຍທ້ອງຖິ່ນ
ພາບ:internet


(vovworld) -  ຕອນ​ບ່າຍ​ວັນ​ທີ 11/4, ທີ່​ການ​ປະຊຸມ​ຜັນ​ຂະຫຍາຍ​ບັ້ນ​ຂົນຂວາຍ “ຊາວ​ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ ຫວຽດນາມ”, ທ່ານ Dao Van Binh ປະທານ​ຄະນະ​ກຳ​ມະ​ການ​​ແນວ​ໂຮມ​ປະ​ເທດ​ຊາດ ນະຄອນ ຮ່າ​ໂນ້ຍ, ຫົວຫນ້າ​ຄະນະ​ຊີ້​ນຳ​ບັ້ນ​ຂົນຂວາຍດັ່ງກ່າວ ​ໄດ້​ຢືນຢັນ​ວ່າ: ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ, ຈັດ​ຕັ້ງ​ການ​ປະຕິບັດ​ບັ້ນ​ຂົນ ຂວາຍ, ​​​ໃນເບື້ອງ​ຕົ້ນ​ນະຄອນ ຮ່າ​ໂນ້ຍ ​ ສ້າງໄດ້​ຈຸດ​ວັດທະນະທຳ​ໃນ​ການ​ຊົມ​ໃຊ້​ຂອງ​ຊາວ ຮ່າ​ໂນ້ຍ. ສິນຄ້າ ຫວຽດນາມ ​ໄດ້ມີ​ທີ່​​ຕັ້ງ​ສຳຄັນ​ສຳລັບ​ຜູ້​ອຸ​ປະ​ໂພ​ກບໍລິ​ໂພ​ກ ນະຄອນຫລວງ​ ຮ່າ​ໂນ້ຍ, ​ເປັນ​ຕົ້ນ​ແມ່ນ​ຕະຫລາດ​ຊົນນະບົດ. ວຽກ​ງານ​ໂຄສະນາ​​ການປະຕິບັດ​ບັ້ນ​ຂົນຂວາຍ​​​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​ຈາກ​ຂະ​ແຫນງ​ການ, ຂັ້ນ​ຕ່າງໆ​ຂອງ​ນະຄອນ ດ້ວຍ​ເນື້ອ​ໃນ ​ແລະ ຮູບ​ການ​ອຸດ​ົມສົມບູນ, ຫລາຍ​ຮູບ​ຫລາຍ​ແບບ. ​ໃນ​ໄຕ​ມາດ 2/2012, ຄະນະ​ຊີ້​ນຳ​ຈະ​ຈັດ​ຕັ້ງ​ຊຸດ​ອົມ​ຮົມ​ກ່ຽວ​ກັບ​ຄວາມ​ຊຳນານ​ການ​ໂຄສະນາບັ້ນ​ຂົນ​ຂວາຍ​ ​ໃຫ້​ແກ່ບັນດາ​ສະມາຊິກ​ຄະນະ​ຊີ້​ນຳ​ບັ້ນ​ຂົນຂວາຍ​ຢູ່​ຂັ້ນ​ຕ່າງ.

 

ຂ່າວ/ບົດ​ອື່ນ