ການຄ້າ 2 ສົ້ນລະຫວ່າງ ຫວຽດນາມ - ສິງກະໂປ ສືບຕໍ່ເພີ່ມຂຶ້ນໃນປີ 2014

ການຄ້າ 2 ສົ້ນລະຫວ່າງ ຫວຽດນາມ - ສິງກະໂປ ສືບຕໍ່ເພີ່ມຂຶ້ນໃນປີ 2014 - ảnh 1
(ພາບປະກອບ)

(vovworld) - ປີ 2013, ການ​ຄ້າ 2 ສົ້ນ​ລະຫວ່າງ​ຫວຽດນາມ - ສິງກະ​ໂປ ບັນລຸ 13,11 ຕື້ USD, ​ເພີ່ມ​ຂຶ້ນ 10,7% ​ເມື່ອ​ທຽບ​ໃສ່​ປີ 2012: ມູນ​ຄ່າ​ຜະລິດ​ຕະພັນ​ຂອງ​ຫວຽດນາມ ທີ່​ສົ່ງ​ໄປຍັງສິງກະ​​ໂປ ບັນລຸ 3 ຕື້ USD, ​ເພີ່ມ​ຂຶ້ນ 36,3% ​ເມື່ອ​ທຽບ​ໃສ່​ປີກອນ, ມູນ​ຄ່າ​ສິນຄ້າ​ນຳ​ເຂົ້າ​ຈາກ​ສິງກະ​ໂປບັນລຸ 10,74 ຕື້ USD, ​ເພີ່ມ​ຂຶ້ນ 5,1%.

        ​ໂດຍ​ສີ່​ງ​ໃສ່​ບັນດາ​ຕົວ​ເລກ​ສະຖິຕິ​ຂອງ​ປີ 2013, ອົງການການ​ຄ້າ​ສະຖານທູດ​ຫວຽດນາມ ປະຈຳ​ສິງກະ​​ໂປ ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ໃນ​ປີ 2014, ວົງ​ເງິນ​ການ​ຄ້າ 2 ສົ້ນ ລະຫວ່າງ 2 ປະ​ເທດ​ສືບ​ຕໍ່​ເຕີບ​ໂຕ​ນີ້. ​ໃນນັ້ນ, ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ ສິງກະ​ໂປ ຈະ​ເພີ່ມ​ຂຶ້ນ​ສູງພາຍຫຼັງ​ບັນລຸ​ລະດັບ 36,3% ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ