ການຄ້າການາດາ-ຫວຽດນາມສືບຕໍ່ເພີ່ມຂຶ້ນດ້ວຍມູນຄ່າເປັນໜ້າຊື່ນຊົມ

ການຄ້າການາດາ-ຫວຽດນາມສືບຕໍ່ເພີ່ມຂຶ້ນດ້ວຍມູນຄ່າເປັນໜ້າຊື່ນຊົມ - ảnh 1
ກອງປະຊຸມສົ່ງເສີມກນຄ້າ-ການລົງທຶນລະຫວ່າງ
ນະຄອນໂຮ່ຈີມິນ ແລະ ເຂດ Richmond ການາດາ ວັນທີ 28/05
(ພາບ: TTXVN)

(vovworld) - ຕາມ​ອົງການ​ສະຖິຕິ ກາ​ນາ​ດາ ​ແລ້ວ, ຍອດ​ວົງ​​ເງິນ​ການ​ຄ້າ 2 ສົ້ນ​ລະ​ຫວ່າງ ຫວຽດນາມ ​ແລະ ກາ​ນາ​ດາ ​ໃນ 3 ​ເດືອນ​ຕົ້ນ​ປີ 2016 ບັນລຸ​ກ່ວາ 900 ລ້ານ USD, ​ເພີ່ມ​ຂຶ້ນ 11,8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຫວຽດນາມ ສືບ​ຕໍ່​ນຳ​ໜ້າ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ການ​ແລກປ່ຽນດ້ານ​ການ​ຄ້າ​ກັບ ກາ​ນາ​ດາ. ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ຕົ້ນຕໍ​ຂອງ ຫວຽດນາມ ​ໄປ​ຍັງ ກາ​ນາ​ດາ ​​ແມ່ນ​: ​ເຄື່ອງ​ຈັກ, ​ເຄື່ອງ​ອຸປະ​ກອນ​ໄຟຟ້າ ​ແລະ ​​ເອ​ເລັກ​ໂຕ​ນິກ; ​ເຄື່ອງ​​​ເຟີ​ນີ​ເຈີ, ​ເຄື່ອງຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ…​ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ອື່ນໆ​ລວມມີ: ສິນ​ໃນ​ນ້ຳ, ໝາກມ່ວງ​ຫິມະ​ພານ, ​ເຫຼັກ​ກ້າ…​ໃນ​ຂະນະ​ນັ້ນ ບັນດາ​ປະ​ເພດ​ສິນຄ້າ ຫວຽດນາມ ນຳ​ເຂົ້າ​ຕົ້ນຕໍ​ຈາກ ກາ​ນາ​ດາ ​ແມ່ນຝຸ່ນ​ເຄມີ; ໝາກ​ຖົ່ວ​ເຫຼືອງ, ສິນ​ໃນ​ນ້ຳ; ​ເຄື່ອງ​ຈັກ, ​ເຄື່ອງ​ອາ​ໄຫຼ່…​ເມື່ອ​ທຽງບໃສ່​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ແລ້ວ, ຫວຽດນາມ ພຽງ​ແຕ່​ຢືນ​ອັນ​ດັບ​ທີ 5 ກ່ຽວ​ກັບ​ການ​ນຳ​ເຂົ້າ​ສິນຄ້າ​ຈາກ ກາ​ນາ​ດາ ​ເທົ່າ​ນັ້ນ ​ແຕ່​ຢືນ​ຢູ່​ແຖວ​ໜ້າ​ກ່ຽວ​ກັບ​ການ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ຕະຫລາດ ອາ​ເມ​ລິ​ກາ​ເໜືອ​ນີ້.

ຂ່າວ/ບົດ​ອື່ນ