ການ​ຄ້າ​ເອ​ເລັກ​ໂຕ​ນິກ ສ້າງ​ກຳ​ລັງ​ໜູນ​ຊຸກ​ຍູ້ພື້ນ​ຖານ​ເສດ​ຖະ​ກິດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ໂດຍບໍ່ຫົວຊາຕໍ່ການຂາດສະຖຽນລະພາບຍ້ອນໂລກລະບາດໂຄວິດ - 19, ພື້ນຖານເສດຖະກິດພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ພວມສະແດງໃຫ້ເຫັນມີຄວາມສາມາດຟື້ນຟູ ດ້ວຍຂະແໜງການຄ້າເອເລັກໂຕນິກເຕັມໄປດ້ວຍຄວາມຫວັງຫຼາຍຢ່າງ.
ການ​ຄ້າ​ເອ​ເລັກ​ໂຕ​ນິກ ສ້າງ​ກຳ​ລັງ​ໜູນ​ຊຸກ​ຍູ້ພື້ນ​ຖານ​ເສດ​ຖະ​ກິດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1Tokopedia - ໂປຼແກຼມການຄ້າອອນລາຍແຖວໜ້າ ຢູ່ ອິນໂດເນເຊຍ (ພາບ:Tokopedia)

ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຜ່ານ ວັນຊື້ຂາຍອອນລາຍ ສະມາຄົມ ອາຊຽນ 2021 ເຊິ່ງຖືກຈັດຂຶ້ນໃນລະຫວ່າງວັນທີ 8 ຫາ ວັນທີ 10 ສິງຫາ. ນີ້ແມ່ນຄັ້ງທີ 2 ທີ່ບັນດາປະເທດສະມາຊິກ ອາຊຽນ ຈັດຕັ້ງວັນຊື້ຂາຍອອນລາຍ ອາຊຽນ - ເຊິ່ງເປັນຂໍ້ເລີ່ມຂອງ ຫວຽດນາມ ເມື່ອປີ 2020. ເຫດການດັ່ງກ່າວ ຖືກຈັດຂຶ້ນປະຈຳປີ ເພື່ອອຳນວຍຄວາມສະດວກແກ່ການຊຸກຍູ້ການຄ້າເອເລັກໂຕນິກຂ້າມຊາດ ແລະ ໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຢູ່ທ້ອງຖິ່ນ, ສ້າງກາລະໂອກາດໃຫ້ບັນດາຜູ້ຄ້າຂາຍຍ່ອຍໃນຫຼາຍຂົງເຂດທີ່ແຕກຕ່າງກັນ ໄດ້ແນະນຳຜະລິດຕະພັນຂອງຕົນ ແລະ ເຂົ້າເຖິງຕະຫຼາດທີ່ກວ້າງໃຫຍ່ກວ່າໃນພາກພື້ນ.

ຕາມການລາຍງານຂອງ Lazada  ໂປຼແກຼມການຄ້າອອນລາຍແຖວໜ້າໃນອາຊີຕາເວັນອອກສ່ຽງໃຕ້ ຫາກໍປະກາດຫວ່າງມໍ່ໆມານີ້, ມີເຖິງ 52% ຮ້ານຂາຍເຄື່ອງຢູ່ ອິນໂດເນເຊຍ, ຟີລິບປິນ, ໄທ, ຫວຽດນາມ, ມາເລເຊຍ ແລະ ສິງກະໂປ ບັນລຸລາຍຮັບສູງໃນຊຸມເດືອນຕົ້ນປີ 2021, ໃນຂະນະທີ່ 70% ໄດ້ຕັ້ງຄວາມຫວັງວ່າ ລະດັບການເພີ່ມລາຍຮັບ ຈະສືບຕໍ່ໄດ້ຍົກສູງຂຶ້ນຕື່ມອີກປະມານ 10% ໃນໄຕມາດທີ 3 ປີ 2021.


 

ຕອບກັບ

ຂ່າວ/ບົດ​ອື່ນ