ການຍິງປືນປະທະກັນຢູ່ອິນໂດເນເຊຍ

(VOVWORLD) -ວັນທີ 15 ພຶດສະພາ, ກຳລັງປ້ອງກັນຄວາມສະຫງົບຕ້ານກໍ່ການຮ້າຍຢູ່ແຂວງທາງທິດເໜືອ Sumatra ຂອງອິນໂດເນເຊຍ ໄດ້ດັບສູນມືປືນ 2 ຄົນໃນການຍິງປືນປະທະກັນຢູ່ທີ່ນີ້.
ການຍິງປືນປະທະກັນຢູ່ອິນໂດເນເຊຍ - ảnh 1(ພາບປະກອບ: AFP/TTXVN)

ສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ, ເຫດການດັ່ງກ່າວໄດ້ເກີດຂຶ້ນໃນຂະນະທີ່ກົມກອງຕຳຫຼວດຕ້ານການກໍ່ການຮ້າຍຂອງອິນໂດເນເຊຍ ດຳເນີນການປິດລ້ອມຈັບຕົວບັນດາເປົ້າໝາຍດັ່ງກ່າວຢູ່ໂຮງໝໍຫຼາຍຂະແໜງ Tengku Mansyur ຢູ່ແຂວງທາງທິດເໜືອ Sumatra.

      ເຫດການຄັ້ງຫຼ້າສຸດໄດ້ເກີດຂຶ້ນ ພາຍຫຼັງອິນໂດເນເຊຍ ຍັງຫວັ່ນໄຫວຕໍ່ບັນດາເຫດວາງລະເບີດຢູ່ນະຄອນ Surabaya ແນໃສ່ໂບດຊາວຄຼິດ 3 ແຫ່ງ, ເຮັດໃຫ້ 18 ຄົນເສຍຊີວິດ ແລະ ນັບສິບຄົນໄດ້ຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ