ການຕໍ່ກໍານົດເວລາ Brexit ສາມາດຊ່ວຍໃຫ້ອັງກິດ ຫຼຸດພົ້ນອອກຈາກສະພາບຈົນຕາແຈໄດ້ຫຼືບໍ?

(VOVWORLD) -ສະຫະພາບເອີຣົບ (ອີຢູ) ແລະ ອັງກິດ ໄດ້ເຫັນດີຕໍ່ກໍານົດເວລາຕື່ມອີກ 3 ເດືອນ ເພື່ອສ້າງເງື່ອນໄຂ ທີ່ສະດວກທີ່ສຸດໃຫ້ແກ່ວິວັດທະນາການ ອັງກິດ ຖອນຕົວອອກຈາກ ອີຢູ (Brexit). 
ການຕໍ່ກໍານົດເວລາ Brexit ສາມາດຊ່ວຍໃຫ້ອັງກິດ ຫຼຸດພົ້ນອອກຈາກສະພາບຈົນຕາແຈໄດ້ຫຼືບໍ? - ảnh 1ທ່ານປະທານສະພາເອີຣົບ Donald Tusk ແລະທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: AFP/TTXVN)

  ຕາມນັ້ນແລ້ວ, ກໍານົດເວລາ ອັງກິດ ຖອນຕົວອອກຈາກ ອີຢູ ແມ່ນວັນທີ 31 ມັງກອນ 2020 ແລະ ປັດຈຸບັນ, ສະພາບຈົນຕາແຈທັງໝົດນັ້ນ ພຽງແຕ່ລໍຖ້າໃຫ້ ປະເທດ ອັງກິດ ແກ້ໄຂເອງ ຂະນະທີ່ສະພາແຫ່ງຊາດ ອັງກິດ ໃຫ້ສັດຕະຍາບັນ ແລະ ຮັບຮອງເອົາຢ່າງເປັນທາງການ. ເຖິງຢ່າງໃດກໍຕາມ ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມພາຍໃນລັດຖະບານອັງກິດ ແມ່ນເປັນໄປໄດ້ຍາກທີ່ສຸດ.

        ການຕັດສິນຕໍ່ກໍານົດເວລາ Brexit ຄັ້ງທີ 3 ນີ້ ໄດ້ຮັບຖືວ່າ ແມ່ນການຄິດໄລ່ຊັ່ງຊາຢ່າງລອບຄອບຖີ່ຖ້ວນຂອງ ອີຢູ. ນອກຈາກການສະກັດກັ້ນ Brexit ບໍ່ມີຂໍ້ຕົກລົງ ທີ່ອາດຈະເຮັດໃຫ້ສະພາບເສດຖະກິດຂອງ ສະຫະພາບ ເອີຣົບ ສັບສົນຂຶ້ນຕື່ມແລ້ວ, ອີຢູ ຍັງຢາກສິ້ນສຸດວິວັດທະນາການ Brexit ໂດຍໄວເພື່ອສະຫງວນເວລາໃຫ້ແກ່ຊາຍຄາລວມຫຼັງໃໝ່ ດ້ວຍຈໍານວນສະມາຊິກເກົ່າ 27 ປະເທດ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ