ການຕີລາຄາ,ຜັນຂະຫຍາຍບັນດານະໂຍບາຍຫລຸດຜ່ອນຄວາມທຸກຍາກຢ່າງແທດຈິງ

ການຕີລາຄາ,ຜັນຂະຫຍາຍບັນດານະໂຍບາຍຫລຸດຜ່ອນຄວາມທຸກຍາກຢ່າງແທດຈິງ - ảnh 1
ທ່ານ​ທາງ​ລັດ​ຖະ​ມົນ​ຕີ ຟ້າມ​ທີ​ຫາຍ​ຈ່​ວຽນ
photo:giaoduc.net

(vovworld)- ເນື່ອງ​ໃນ​ໂອ​ກາດ​ເດືອນ​ເພື່ອ​ຜູ້​ທຸກ​ຍາກ, ໃນ​ລາຍ​ການ “ປະ​ຊາ​ຊົນ​ຖາມ-ລັດ​ຖະ​ມົນ​ຕີ​ຕອບ” ເມື່ອ​ວັນ​ທີ 12/10, ທ່ານນາງ ຟ​້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີກ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ​້ຕອບ​ບາງ​ບັນ​ຫາ​ກ່ຽວ​ກັບ​ຫລາຍ​ເນື້ອ​ໃນຊື່ງ​ປະ​ຊາ​ຊົນ​ມີ​ຄວາມ​ສົນ​ໃຈ.

        ທ່ານ​ທາງ​ລັດ​ຖະ​ມົນ​ຕີ ຟ້າມ​ທີ​ຫາຍ​ຈ່​ວຽນ ໃຫ້​ຂໍ້​ສັງ​ເກດ​ວ່າ: ຄວາມ​ຜິດ​ໂຕນລະ​ຫວ່າງ​ຄອບ​ຄົວ​ທຸກ​ຍາກ ແລະ ຄອບ​ຄົວ​ໃກ້​ຈະ​ຖືກ​ຈັດຢູ່​ໃນ​ລະ​ດັບ​ຄອບ​ຄົວ​ທຸກ​ຍາກ​ ແມ່ນບໍ່​ຫລາຍ, ສະ​ນັ້ນ ເລື່ອງ​ສ້າງ​ນະ​ໂຍ​ບາຍ​ໃຫ້​ແກ່​ຄອບ​ຄົວ​ໃກ້​ຈະ​ຖືກ​ຈັດ​ຢູ່​ໃນ​ລະ​ດັບ​ຄອບ​ຄົວ​ທຸກ​ຍາກຕ້​ອງ​ເພີ່ມ​ຂຶ້ນ. ກ່ຽວ​ກັບ​ກ​ານ​ສ້າງ​ນະ​ໂຍ​ບາຍ, ລັດ​ຖະ​ບານ​ສະ​ຫງວ​ຽນ​ບຸ​ລິ​ມະ​ສິດ​ໃຫ້​ແກ່​ເປົ້າ​ໝາຍ​ແມ່ນ​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ຫາກໍ່​ຫລຸດ​ພົ້ນ​ອອກ​ຈາກ​ຄອບ​ຄົວ​ທຸກ​ຍາກ ແລະ ຄອບ​ຄົວ​ໃກ້​ຈະ​ຖືກ​ຈັດຢູ່​ໃນ​ລະ​ດັບ​ຄອບ​ຄົວ​ທຸກ​ຍາກ. ໃນ​ນັັ້ນ ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາ​ມ​ທຸ​ກຍາກ ສືບ​ຕໍ່​ໄດ້​ຮັບ​ບຸ​ລິ​ມະ​ສິດ, ເປັນ​ຕົ້ນ​ສຳ​ລັບ​ຜູ້​ທຸກ​ຍາກ​ຢູ່​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ, ເຂດ​ພູ​ດອຍ ເພື່ອ​​ຫລຸດ​ຜ່ອນຄວາມ​ຜິດ​ໂຕນ.

ຕອບກັບ

ຂ່າວ/ບົດ​ອື່ນ