ການຕໍ່ສູ້ຢ່າງດຸເດືອດ ຢູ່ Tikrit-ອີຣັກ

ການຕໍ່ສູ້ຢ່າງດຸເດືອດ ຢູ່ Tikrit-ອີຣັກ - ảnh 1

(ພາບ: AFP/TTXVN)

 (vovworld)- ​ ​ວັນ​ທີ 28/6, ​ໄດ້​ເກີດ​ການ​ຕໍ່ສູ້​ອັນ​ດຸ​ເດືອດ​ທີ່​ສຸດ​ໃນ​ຂະນະ​ທີ່​ທະຫານນັບ​ພັນ​ຄົນ​ສັງກັດ​ກຳລັງ​ລັດຖະບາ​ນອີຣັກ ດ້ວຍ​ການ​ໜູນ​ຫຼັງ​ຂອງ​ເຮືອບິນ​ສູ້​ຮົບ, ລົ​ດຖັງ ​ແລະ ກົມ​ກອງ​ທຳລາຍ​ລະ​ເບີດ​ໄດ້​ບຸກ​ເຂົ້ານະຄອນ Tikrit ​ເມືອງ​ເອກ​ຂອງ​ແຂວງ Salahudin ​ແນ​ໃສ່ຍາດ​ເອົາ​ນະຄອນ​ແຫ່ງ​ນີ້​ຄືນ​ໃໝ່ ຊື່​ງຖືກ​ກຳລັງ​ທະຫານ​ກະບົດ​ຢືດຄອງ​ນັບ​ແຕ່​ວັນ​ທີ 11/6. ​ໂຄສົກ​ຂອງ​ນາຍົກລັດຖະມົນຕີອີຣັກ, ທ່ານ Nuri al Maliki ​ໃຫ້​ຮູ້​ວ່າ: ​ເຮືອບບິນ​ຂອງ​ທະຫານ​ລັດຖະບານ​ສືບ​ຕໍ່​ບຸກ​ເຂົ້າບັນດ​າ​ເປົ້າໝາຍ​ມີທະຫານ​ກະບົດ, ການ​ຕໍ່ສູ້​ຍັງ​ເກີດ​ຂຶ້ນ​ຢູ່​ມໍ່​ກັບ​ມະຫາວິທະຍາ​ໄລ​ແຫ່ງ 1. ປະຈຸ​ບັນ, ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ຄວບ​ຄຸມ​ສາຍ​ທາງ​ສຳຄັນ​ເຊື່ອມ​ຕໍ່​ນະຄອນຫຼວງ​ແບກ​ແດດ ​ກັບ Samara ​ແລະ ນະຄອນຫຼວງ​ແບກ​ແດດ ​ກັບ Tikrit.

  ​ໃນ​ວັນ​ດຽວ​ກັນ, ຕຳຫຼວດ​ອີຣັກ​ ໃຫ້​ຮູ້​ວ່າ: ມີ​ສະມາຊິກ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ 25 ຄົນ​ໄດ້​ເສຍ​ຊີວິດ ​ແລະ ອີກ 22 ຄົນ​ຖືກ​ບາດ​ເຈັບ​ໃນ​ການ​ປະທະ​ກັນ​ລະຫວ່າງ​ກຳລັງ​ອຳນາດ​ການ​ປົກຄອງ​ອີຣັກ ​ແລະ ທະຫານ​ກະບົດ​ຢູ່​ທາງ​ທິດ​ໃຕ້ ນະຄອນຫຼວງ​ແບກ​ແດດ./.

ຂ່າວ/ບົດ​ອື່ນ