ການ​ຕ່າງ​ປະ​ເທດ​ນຳ​ໜ້າ​ໃນ​ການ​ນຳ​ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ ສາ​ກົນ

(VOVWORLD) - ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ຍົກອອກຢ່າງຈະແຈ້ງຜົນສຳເລັດທາງດ້ານການຕ່າງປະເທດຂອງ ຫວຽດນາມໃນ 80 ປີຜ່ານມາ, ຢັ້ງຢືນບັນດາການປະກອບສ່ວນອັນຍິ່ງໃຫຍ່ນີ້ເຂົ້າການພັດທະນາ ແບບຍືນຍົງຂອງປະເທດຊາດ.
ການ​ຕ່າງ​ປະ​ເທດ​ນຳ​ໜ້າ​ໃນ​ການ​ນຳ​ປະ​ເທດ​ເຊື່ອມ​ໂຍງ​ເຂົ້າ​ກັບ ສາ​ກົນ - ảnh 1ພາບປະກອບ: dangcongsan.vn

ການຕ່າງປະເທດນຳໜ້າໃນການນຳປະເທດຊາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ພິເສດແມ່ນຜ່ານບັນດາເສົາຄ້ຳປະຫວັດສາດຄືການເຂົ້າຮ່ວມ ASEAN, APEC, WTO... ແລະ ລົງນາມ, ເຂົ້າຮ່ວມຂໍ້ຕົກລົງ, ຄຳໝັ້ນສັນຍາສາກົນຫຼາຍສະບັບ. ນີ້ແມ່ນການຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ທີ່ກອງປະຊຸມສຳມະນາວິທະຍາສາດ ການຕ່າງປະເທດຍຸກປະທານໂຮ່ຈີມິນ: 80 ປີຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງສຸດໃຈ ທີ່ໄດ້ດຳເນີນໃນວັນທີ 28 ກໍລະກົດຢູ່ ຮ່າໂນ້ຍ.

ເນັ້ນໜັກເຖິງບັນດາຜົນສຳເລັດ ແລະ ການປະກອບສ່ວນຂອງຂະແໜງການຕ່າງປະເທດ ຫວຽດນາມໃນໄລຍະ 80 ປີຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ການຕ່າງປະເທດສວມບົດບາດສຳຄັນໃນການສ້າງສັນຕິພາບ,ທັບມ້າງການປິດລ້ອມ, ຂວ້ຳບາດ, ເປີດກວ້າງສະພາບການຕ່າງປະເທດດ້ວຍແນວທາງເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຝ່າຍ, ຫຼາຍຮູບແບບ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ.

ພິເສດ, ການຕ່າງປະເທດເສດຖະກິດໄດ້ກາຍເປັນໜ້າທີ່ໃຈກາງ, ແມ່ນກຳລັງໜູນສຳຄັນໃຫ້ແກ່ການພັດທະນາປະເທດຊາດ. ຫວຽດນາມ ໄດ້ດຶງດູດເງິນລົງທຶນ FDI ເປັນຈຳນວນນັບຮ້ອຍຕື້ USD ກາຍເປັນໜຶ່ງໃນ 20 ປະເທດທີ່ມີຂອບຂະໜາດການຄ້າໃຫຍ່ທີ່ສຸດຂອງໂລກ, ແມ່ນໜຶ່ງຕາໂສ້ສຳຄັນໃນ ສັນຍາການຄ້າເສລີ 17 ສະບັບ, ຜູກທັດ ຫວຽດນາມ ກັບກ່ວາ 60 ພື້ນຖານເສດຖະກິດຫຼັກແຫຼ່ງໃນທົ່ວໂລກ.

ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ຍົກອອກຢ່າງຈະແຈ້ງຜົນສຳເລັດທາງດ້ານການຕ່າງປະເທດຂອງ ຫວຽດນາມໃນ 80 ປີຜ່ານມາ, ຢັ້ງຢືນບັນດາການປະກອບສ່ວນອັນຍິ່ງໃຫຍ່ນີ້ເຂົ້າການພັດທະນາ ແບບຍືນຍົງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ