ການ​ຖະ​ແຫຼງ​ຂ່າວ​ ​ປະ​ກາດມະ​ຕິ​ຂອງ​ລັດ​ຖະ​ບານ ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ​ຂອງ​ບັນ​ດາ​ແຂວງ

(VOVWORLD) -ທ່ານ ມາຍຕຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງການລັດຖະບານ ໃຫ້ຮູ້ວ່າ ມະຕິເລກທີ 1 ລວມມີ 11 ກຸ່ມໜ້າທີ່ ແລະ ມາດຕະການແກ້ໄຂຕົ້ນຕໍ, ໄດ້ຫັນເປັນລາຍລະອຽດ ກາຍເປັນ 200 ໜ້າທີ່ ເຊິ່ງໄດ້ມອບໃຫ້ຂະແໜງການ, ຂົງເຂດຕ່າງໆ. 

ການ​ຖະ​ແຫຼງ​ຂ່າວ​ ​ປະ​ກາດມະ​ຕິ​ຂອງ​ລັດ​ຖະ​ບານ ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ແກ້ງ​ແຍ້ງ​ຂອງ​ບັນ​ດາ​ແຂວງ - ảnh 1ທ່ານມາຍຕຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງການລັດຖະບານ ກ່າວຄຳເຫັນທີ່ການຖະແຫຼງຂ່າວ

(ພາບ: nhandan.com.vn)

ຕອນເຊົ້າວັນທີ 4 ມັງກອນ, ຢູ່ຮ່າໂນ້ຍ, ຫ້ອງການລັດຖະບາ ໄດ້ຈັດການຖະແຫຼງຂ່າວ ເພື່ອປະກາດມະຕິເລກທີ 01 ວ່າດ້ວຍໜ້າທີ່, ວິທີການແກ້ໄຂ, ເປັນຕົ້ນແມ່ນປະຕິບັດແຜນການພັດທະນາ ເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2021 ແລະ ມະຕິເລກທີ 02 ກ່ຽວກັບການສືບຕໍ່ປະຕິບັດບັນດາໜ້າທີ່, ວິທີການແກ້ໄຂຕົ້ນຕໍ ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ່ງແຫ່ງຊາດ 2021.

ທ່ານມາຍຕຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງການລັດຖະບານ ໃຫ້ຮູ້ວ່າ ມະຕິເລກທີ 1 ລວມມີ 11 ກຸ່ມໜ້າທີ່ ແລະ ມາດຕະການແກ້ໄຂຕົ້ນຕໍ, ໄດ້ຫັນເປັນລາຍລະອຽດ ກາຍເປັນ 200 ໜ້າທີ່ ເຊິ່ງໄດ້ມອບໃຫ້ຂະແໜງການ, ຂົງເຂດຕ່າງໆ. ທ່ານ ໃຫ້ຮູ້ວ່າ:

        ກ່ອນວັນທີ 20 ມັງກອນປີ 2021, ລັດຖະມົນຕີ, ຫົວໜ້າອົງການຂຶ້ນກັບ ລັດຖະບານ, ປະທານຄະນະກຳມະການບັນດາແຂວງ, ນະຄອນ ຕ້ອງສ້າງ, ປະກາດໃຊ້ໂຄງການ, ແຜນການກະທຳເພື່ອຜັນຂະຫຍາຍມະຕິເລກທີ 01 ຢ່າງຖືກຕ້ອງຕາມບົດບາດໜ້າທີ່ໄດ້ມອບໝາຍ ແລະ ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ ເປັນຕົ້ນແມ່ນ 188 ໜ້າທີ່ລະອຽດ. ມະຕິເລກທີ 2 ກໍ່ໄດ້ຍົກອອກສານຂອງທ່ານນາຍົກລັດຖະມົນຕີ ນັ້ນແມ່ນ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ່ງແຫ່ງຊາດແມ່ນໜ້າທີ່ຈຸດສຸມ, ປະຈຳ ແລະຕໍ່ເນື່ອງ.

ຕອບກັບ

ຂ່າວ/ບົດ​ອື່ນ