ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ

(VOVWORLD) -ຫວຽດນາມ ປາດຖະຫນາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງຕັ້ງຫນ້າ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ການຄ້າ ຕາມທິດກົມກຽ່ວຜົນປະໂຫຍດ ແລະຍືນຍົງ. 
ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ - ảnh 1ທ່ານນາງເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ. (ພາບ: cand.com.vn)

ເມື່ອຕອບຄຳຖາມຂອງນັກຂ່າວໂດຍສະເຫນີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລືອ່ງ ກະຊວງການຄ້າ ອາເມລິກາ ປະກາດ ການຈັດວາງອັດຕາພາສີຕ້ານການຂາຍບຸບລາຄາເບື້ອງຕົ້ນຄາດວ່າ ຂຶ້ນເຖິງລະດັບ 400% ສຳລັບຜະລິດຕະພັນນ້ຳເຜິ້ງຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງເລທິທູຮັ່ງ ໃຫ້ຮູ້ວ່າ: ວັນທີ 7 ທັນວາປີ 2021, ຜູ້ຕາງຫນ້າກະຊວງການຄ້າ ຫວຽດນາມ ໄດ້ມີຄຳເຫັນຕໍ່ເລື່ອງນີ້ແລ້ວ. ຫວຽດນາມ ປາດຖະຫນາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ພັດທະນາຢ່າງຕັ້ງຫນ້າ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ການຄ້າ ຕາມທິດກົມກຽ່ວຜົນປະໂຫຍດ ແລະຍືນຍົງ. ຫວຽດນາມ ພ້ອມແລ້ວ ແລະ  ຈະແລກປ່ຽນກັບ ອາເມລິກາ ເປັນປະຈຳເພື່ອຮັບຮອງເອົາບັນດາກົນໄກທີ່ມີຢູ່ແລ້ວຄື: ສັນຍາແມ່ກ່ຽວກັບດ້ານການຄ້າ ແລະ ການລົງທຶນ (TIFA) ເພື່ອເພີ່ມທະວີການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນສອງຝ່າຍກວ່າອີກ, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງທັນການ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາເງື່ອນໄຂເຂົ້າເມືອງໃນໄລຍະຈະມາເຖິງ ມີການປ່ຽນແປງຫຍັງບໍ່? ພາຍຫລັງທີ່ ຫວຽດນາມ ຍົກເລີກການຈຳກັດ, ເປີດສາຍການບິນສາກົນຄືນໃຫມ່ ນັບແຕ່ວັນທີ 15 ກຸມພາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ສຳລັບ ຊາວຕ່າງປະເທດ ເຂົ້າມາທ່ຽວຢູ່ ຫວຽດນາມ ສືບຕໍ່ປະຕິບັດຕາມໂຄງການທົດລອງທ່ອງທ່ຽວສາກົນຂອງກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ພ້ອມທັງຕາມການແນະນຳຂອງກະຊວງສາທາລະນະສຸກກ່ຽວກັບການປ້ອງກັນຕ້ານໂລກລະບາດ.

ກ່ຽວກັບເລື່ອງ ຫວຽດນາມ ເປີດປະຕູການທ່ອງທ່ຽວສາກົນ ນັບແຕ່ວັນທີ 15 ມີນາ, ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ: ສ່ວນຫລາຍບັນດາລະບຽບການຈະໄດ້ປະຕິບັດຕາມຂໍ້ກຳນົດປະຈຸບັນຂອງຫວຽດນາມ. ກະຊວງການຕ່າງປະເທດ ຫວຽດນາມ ຈະສົມທົບກັບກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ສ້າງສຳເລັດວິທີການເປີດປະຕູການເຄື່ອນໄຫວທ່ອງທ່ຽວຄືນໃຫມ່ກໍ່ຄືສ້າງນະໂຍບາຍ ວິຊາທ່ອງທ່ຽວໃຫ້ແຂກເຂົ້າເມືອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ