ການທູດຫວຽດນາມ-ກຳປູເຈຍມານະພະຍາຍາມປະກອບສ່ວນເຂົ້າໃນການປັບປຸງແລະພັດທະນາການພົວພັນຮ່ວມມືລະຫວ່າງ2ປະເທດ

ການທູດຫວຽດນາມ-ກຳປູເຈຍມານະພະຍາຍາມປະກອບສ່ວນເຂົ້າໃນການປັບປຸງແລະພັດທະນາການພົວພັນຮ່ວມມືລະຫວ່າງ2ປະເທດ - ảnh 1
ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ຟ້າ​ມບີ​ງມີ​ງ
ຕ້ອນຮັບ  ທ່ານ Prak Sokhonn ​
(ພາບ: VGP/ຫາຍມີງ)

(vovworld) – ​​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຮອງ​ນາຍ​ົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດ ຟ້າ​ມບີ​ງມີ​ງ, ລັດຖະມົນຕີຂັ້ນ​ສູງ ກະຊວງ​ການ​ຕ່າ​ງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ລາຊະ​ອານາຈັກ ກຳປູ​ເຈຍ ທ່ານ Prak Sokhonn ​ແລະ ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ລາຊະ​ອານາຈັກ ກຳ​ປູ​ເຈຍ ​ໄດ້ມາ​ຢ້ຽມຢາມ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 21 – 23/06/2016. ໃນ​ຕອນ​ບ່າຍ​ວັນ​ທີ 22/6 ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ກຳ​ປູ​ເຈຍ Prak Sokhonn ຊຶ່ງ​ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽ​ດ​ນາມ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງເຊື່ອ​ໝັ້ນ​ວ່າ ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່ ແລະ ປະ​ສົບ​ການ​ຂອງ​ຕົນ, ທ່ານ​ລັດ​ຖະ​ມົນ​ຕີ Prak Sokhonn ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ກຳ​ປູ​ເຈຍ, ພ້ອມ​ທັງ​ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ໄມ​ຕີ​ຈິດ​ມິດ​ຕະ​ພາບ, ຮ່ວມ​ມື​ຮອບ​ດ້ານ, ໝັ້ນ​ຄົງ​ຍາວ​ນານ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ສະ​ເໜີ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, 2 ກະ​ຊວງ​ຄວນ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ສົມ​ທົບ​ກັນ​ໃຫ້​ເປັນ​ຢ່າງ​ດີ. ແລະ ກໍ​ໃນ​ຕອນ​ບາຍ​ວັນ​ດຽວ​ກັນ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກໍ​ໄດ້ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ກຳ​ປູ​ເຈຍ Prak Sokhonn ຢ່າງ​ສະ​ໜິດ​ສະ​ໜົມ.
     ກ່ອນ​ໜ້ານັ້ນ​ຄື​ໃນຕ​ອນ​ເຊົ້າ​ວັນ​ທີ 22/06 ຢູ່​ຮ່າ​ໂນ້ຍ ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​ດ ຟ້າ​ມບີ​ງມີ​ງ ​ໄດ້​ມີ​ການ​​ເຈລະຈາ​ກັບ​ທ່ານ Prak Sokhonn ລັດຖະມົນຕີ​ອາວຸ​ໂສ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຮ່ວມ​ມື​ສາກົນ​ລາຊະ​ອານາຈັກ ກຳປູ​ເຈຍ. ທີ່​ການ​ເຈລະຈາ, ລັດຖະມົນຕີການ​ຕ່າງປະ​ເທດ 2 ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນ​ສືບ​ຕໍ່​ກະກຽມ​ໃຫ້​ບັນດາ​ການ​ຢ້ຽມຢາມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ເປັນ​ຢ່າງ​ດີ, ສືບ​ຕໍ່ເພີ່ມ​ທະວີ​ການແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ດ້ວຍ​ຫລາຍ​ຮູບ​ແບບ​ແຕກ​ຕາງ​ກັນ​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ເນັ້ນ​ໜັກ​ວ່າ ປີ 2017 ​​ແມ່ນ​ຂີດ​ໝາຍ​ສຳຄັນ​ສະ​ເຫຼີ​ມ ສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ.

        2 ປະ​ເທດ​ຄວນ​ເພີ່ມ​ທະວີ​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ອື່ນໆ ປັບ​ປຸງ​ຄວາມ​ສາມັກຄີ, ​ເປັນ​​ເອກ​ະພາບ ​ແລະ ບົດບາດ​​ໃຈກາງ​ຂອງ ອາ​ຊຽນ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້​ອາວຸດ, ສອດຄ່ອງກັບ​ບັນດາ​ຫຼັກການ​ທີ່​ໄດ້​ຮັບການ​ຮັບ​ຮູ້​ຈາກຂອງ​ກົດໝາຍ​ສາກົນ​ຢ່າງ​ກ້ວາງ​ຂວາງ.

ຂ່າວ/ບົດ​ອື່ນ