ການ​ທ່ອງ​ທ່ຽວ​ ຫວຽດ​ນາມ: ວິງ​ຟຸກ - ຈຸດ​ນັດ​ພົບ​ທີ່​​ປະ​ທັບ​ໃຈ ແລະ ມີ​ຄວາມ​ປອດ​ໄພ

(VOVWORLD) -ຕອນຄ່ຳວັນທີ 25 ມິຖຸນາ, ຢູ່ເຂດທ່ອງທ່ຽວ ຕາມດາວ, ພະແນກວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ແຂວງວິງຟຸກ ພ້ອມກັບບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບ ຂອງແຂວງໄດ້ຈັດຕັ້ງພິທີໄຂລະດູທ່ອງທ່ຽວ “ວິງຟຸກ - ຈຸດນັດພົບທີ່ປະທັບໃຈ  ແລະ ມີຄວາມປອດໄພ ໃນລະດູຮ້ອນປີ 2020” ແລະ ພິທີປຸກລະດົມໂຄງການ “ຊາວຫວຽດນາມ ໄປທ່ອງທ່ຽວ ຢູ່ຫວຽດນາມ”.
ການ​ທ່ອງ​ທ່ຽວ​ ຫວຽດ​ນາມ: ວິງ​ຟຸກ - ຈຸດ​ນັດ​ພົບ​ທີ່​​ປະ​ທັບ​ໃຈ ແລະ ມີ​ຄວາມ​ປອດ​ໄພ - ảnh 1 ລາຍການສະແດງສີລະປະຢູ່ພິທີໄຂລະດູທ່ອງທ່ຽວ “ວິງຟຸກ - ຈຸດນັດພົບທີ່ປະທັບໃຈ  ແລະ ມີຄວາມປອດໄພ ໃນລະດູຮ້ອນປີ 2020” (ພາບ: TTXVN)

ກ່າວຄຳເຫັນໄຂພິທີ, ທ່ານ ຫວູຈີ໊ຢາງ ຮອງປະທານຄະນະກຳມະການປະຊາຊົນແຂວງວິງຟຸກ ໄດ້ເນັ້ນໜັກວ່າ ລະດູທ່ອງທ່ຽວແຂວງວິງຟຸກ ປີ 2020 ດ້ວຍຫົວຂໍ້ “ວິງຟຸກ - ຈຸດນັບພົບທີ່ປະທັບໃຈ ແລະ ມີຄວາມປອດໄພໃນລະດູຮ້ອນ 2020” ແມ່ນເຫດການທ່ອງທ່ຽວສຳຄັນ ນອນໃນບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນປີທ່ອງທ່ຽວແຫ່ງຊາດ 2020 ແລະ ຕອບສະໜອງໂຄງການປຸກລະດົມ “ຊາວຫວຽດນາມ ໄປທ່ອງທ່ຽວຢູ່ຫວຽດນາມ” ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມເພື່ອແນໃສ່ກະຕຸ້ນການທ່ອງທ່ຽວຢູ່ພາຍໃນປະເທດ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນໄປທ່ຽວຢູ່ເຂດ, ພາກໃນສະພາບການປົກກະຕິໃໝ່ ໄລຍະຫຼັງ Covid – 19.

         ໃນຂອບເຂດ “ລະດູ ທ່ອງທ່ຽວ ວິງຟຸກ 2020” ຈະດຳເນີນບັນດາການເຄື່ອນໄຫວວັດທະນະທຳ,  ສະແດງສິລະປະ ແລະ ການທ່ອງທ່ຽວທີ່ເປັນເອກະລັກ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ ແຂວງວິງຟຸກ ສືບຕໍ່ແລກປ່ຽນ, ຮ່ວມມື ກ່ຽວກັບວັດທະນະທຳ ແລະ ການທ່ອງທ່ຽວກັບບັນດາທ້ອງຖິ່ນ ຢູ່ພາຍໃນປະເທດ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ