ການນໍາ ອິນເດຍ - ຈີນ ປຶກສາຫາລືບັນດາບັນຫາສອງຝ່າຍ

(VOVWORLD) - ຕອນເຊົ້າວັນທີ 12 ຕຸລາ, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ແລະ ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ມີການພົບປະປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ກໍຄືບັນຫາຕ່າງໆ ເຊິ່ງ ຕ່າງຝ່າຍຕ່າງມີຄວາມສົນໃຈ ໃນຂອບເຂດກອງປະຊຸມສຸດຍອດບໍ່ເປັນທາງການຄັ້ງທີສອງ ທີ່ຈັດຂຶ້ນຢູ່ລັດ Tamil Nadu, ປະເທດ ອິນເດຍ. 
ການນໍາ ອິນເດຍ - ຈີນ ປຶກສາຫາລືບັນດາບັນຫາສອງຝ່າຍ - ảnh 1ທ່ານນາຍົກລັດຖະມົນຕີ Narendra Modi ແລະ ປະທານປະເທດ ຈີນ ສີຈີ້ນຜິງ (ພາບ: TTXVN)

ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ Narendra Modi ແລະ ປະທານປະເທດ ຈີນ ສີຈີ້ນຜິງ ໄດ້ມີການປຶກສາຫາລືເປັນເວລາ 02 ຊົ່ວໂມງ. ການນໍາສອງປະເທດ ໄດ້ເຕື້ອງເຖິງສາຍສໍາພັນກ່ຽວກັບປະຫວັດສາດ ແລະ ການຄ້າລະຫວ່າງພາກໃຕ້ອິນເດຍ ກັບເຂດແຄມທະເລທາງພາກຕາເວັນອອກປະເທດຈີນ; ປຶກສາຫາລືລະອຽດກ່ຽວກັບວິໄສທັດແຫ່ງຊາດຂອງຕົນ ກໍຄືບັນດາບຸລິມະສິດໃນການບໍລິຫານປະເທດຊາດ.

        ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງເສດຖະກິດການຄ້າ, ການນໍາສອງທ່ານໄດ້ກໍານົດວ່າ ບັນດາຂົງເຂດລົງທຶນ ເຊິ່ງສອງປະເທດອາດສາມາດສົ່ງເສີມ ແລະ ແບບວິທີການເພີ່ມທະວີປະລິມານ ກໍຄືມູນຄ່າດ້ານການຄ້າ, ບັນຫາຂາດດຸນການຄ້າ.

        ນອກຈາກນັ້ນ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍຂອງການກໍ່ການຮ້າຍ ແລະ ຫົວຮຸນແຮງ ເຊິ່ງສອງປະເທດຕ້ອງປະເຊີນໜ້າ.


ຕອບກັບ

ຂ່າວ/ບົດ​ອື່ນ