ການນຳ EU ຈັດກອງປະຊຸມສຸດຍອດ ພາຍຫຼັງໝາກຜົນການ ເລືອກຕັ້ງລັດຖະສະພາເອີລົບ

ການນຳ EU ຈັດກອງປະຊຸມສຸດຍອດ ພາຍຫຼັງໝາກຜົນການ ເລືອກຕັ້ງລັດຖະສະພາເອີລົບ - ảnh 1
(ພາບປະກອບ: AP)


(vovworld) –  ວັນ​ທີ 27/05, ບັນດາ​ການ​ນຳ​ສະຫະພາບ​ເອີ​ລົບ (EU) ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຢູ່ ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ລັດຖະສະພາ​ເອີ​ລົບ (EP) ຄັ້ງ​ທີ 8 ຜ່ານ​ມາ, ​ໃນ​ນັ້ນ​ມີ​ບັນດາ​ພັກ​ຂວາ​ຈັດ ​ແລະ ຕາມ​ທ່າ​ອ່ຽງສົງ​ໄສ​ສະ​ກຸນ​ເງິນ​ລວມ​ເອີ​ລົບ ຍາດ​ໄດ້​ໄຊຊະນະ​ໃຫຍ່ ຢູ່​ບາງ​ປະ​ເທດ EU. ບັນດາ​ການ​ນຳ EU ກໍ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ການ​ເລືອກຕັ້ງ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) ຄົນ​ໃໝ່ ​ແທນ​ໃຫ້​ທ່ານ Jose Manuel Barroso. ປະຈຸ​ບັນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທີ່​ມີ​ຄວາມ​ສາມາດ​ບົມ​ຊ້ອນ​ທີ່​ສຸດ​ແມ່ນ​ທ່ານ Jean Claude Juncker ຂຶ້ນ​ກັບ​ພັກ​ປະຊາຊົນ​ເອີ​ລົບ (EPP) ​ແລະ ທ່ານ Martin Schulz ຂຶ້ນ​ກັບ​ພັກ​ສັງຄົມ​ເອີ​ລົບ (PES).

        ກ່ອນ​ໜ້າ​ນັ້ນ, ທີ່​ການ​ເລືອກ​ຕັ້ງ​ສະພາ​ເອີ​ລົບ ​ເຊິ່ງຫາ​ກໍ່​ຖືກ​ຈັດ​ຂຶ້ນ​ຢູ່ 28 ປະ​ເທດ​ສະມາຊິກ EU, ບັນດາ​ພັກ​ຂວາ​ຈັດ ​ແລະ ຕ້ານ EU ຍາດ​ໄດ້​​ໄຊຊະນະ. ນີ້​ແມ່ນ​ໝາກຜົນ​​ເຮັດ​​ໃຫ້​​​ເອີ​ລົບສະ​ເທື່ອ​ນ​ໃຈ ​ແລະ ມີ​ຄວາມ​ວິຕົກ​ກັງວົນ​.

ຂ່າວ/ບົດ​ອື່ນ