ການ​ນຳ EU ຊຸກ​ຍູ້​ການ​ເລືອ​ກ​ຕັ້ງ​ໃຫ້​ແກ່​ບັນ​ດາ​ຕຳ​ແໜ່ງຫຼັກ​ແຫຼ່ງ​ພາຍຫຼັງ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ລັດ​ຖ​ະ​ສະ​ພາ​ເອີ​ລົບ

(VOVWORLD) - ທ່ານນາງ Ursula von der Leyen ໄດ້ຮັບການຕີລາຄາວ່າ ຈະມີຄວາມອາດສາມາດທີ່ຈະດຳລົງຕຳແໜ່ງນີ້ຕື່ມອີກເປັນອາຍຸການທີ 2. 
ການ​ນຳ EU ຊຸກ​ຍູ້​ການ​ເລືອ​ກ​ຕັ້ງ​ໃຫ້​ແກ່​ບັນ​ດາ​ຕຳ​ແໜ່ງຫຼັກ​ແຫຼ່ງ​ພາຍຫຼັງ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ລັດ​ຖ​ະ​ສະ​ພາ​ເອີ​ລົບ - ảnh 1ທ່ານນາງ Ursula von der Leyen  (ພາບ: AP)

ວັນທີ 17 ມິຖຸນາ, ບັນດາການນຳ ສະຫະພາບ ເອີລົບ (EU) ໄດ້ມີໜ້າຢູ່ Brussels (ແບນຊິກ), ເພື່ອປຶກສາຫາລືກ່ຽວກັບການແຕ່ງຕັ້ງບັນດາຕຳແໜ່ງແຖວໜ້າຂອງກຸ່ມ ພາຍຫຼັງການເລືອກຕັ້ງສະມາຊິກລັດຖະສະພາ ເອີລົບ ທີ່ຫາກໍ່ສິ້ນສຸດລົງ. ໜຶ່ງໃນບັນດາວຽກງານບຸລິມະສິດແມ່ນເລືອກຕັ້ງປະທານຄະນະກຳມະການເອີລົບ (EC) ເຊິ່ງແມ່ນອົງການບໍລິຫານຂອງ EU. ຄາດວ່າ, ບັນດາການນຳຈະອອກຂໍ້ຕົກລົງຄັດເລືອກຢ່າງເປັນທາງການຢູ່ກອງປະຊຸມສຸດຍອດ EU ໃນວັນທີ 27 – 28 ມິຖຸນາ ຈະມາເຖິງ. ທ່ານນາງ Ursula von der Leyen ໄດ້ຮັບການຕີລາຄາວ່າ ຈະມີຄວາມອາດສາມາດທີ່ຈະດຳລົງຕຳແໜ່ງນີ້ຕື່ມອີກເປັນອາຍຸການທີ 2. ພັກປະຊາຊົນເອີລົບ (EPP) ຂອງທ່ານນາງ Ursula von der Leyen ແມ່ນພັກຍາດໄດ້ໄຊຊະນະໃຫຍ່ທີ່ສຸດ ໃນການເລືອກຕັ້ງສະມາຊິກລັດຖະສະພາ ເອີລົບທີ່ຜ່ານມາ. ເພື່ອໄດ້ຮັບການຕົກລົງຈາກບັນດາການນຳ EU ໃນການສືບຕໍ່ດຳລົງຕຳແໜ່ງນີ້, ທ່ານນາງ Ursula von der Leyen ອາຍຸ 65ປີ, ຕ້ອງຍາດໄດ້ການສະໜັບສະໜູນຢ່າງໜ້ອຍສຸດແມ່ນ 15 ໃນຈຳນວນ 27 ປະເທດສະມາຊິກ ກວມເອົາຢ່າງນ້ອຍສຸດ 65% ປະຊາກອນໃນກຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ