ການນຳ Fidel Castro ກ່າວປະນາມກົນອຸບາຍ ກໍ່ຜົນຮ້າຍຕໍ່ພາບພົດ ປະເທດກູບາ

ການນຳ Fidel Castro ກ່າວປະນາມກົນອຸບາຍ ກໍ່ຜົນຮ້າຍຕໍ່ພາບພົດ ປະເທດກູບາ - ảnh 1

ກຳປັ່ນຂົນສົ່ງອາວຸດ

(ພາບ: baotintuc.vn)

(vovworld)-  ຫວ່າງ​ແລ້ວ​ນີ້, ການ​ນຳ​ກູ​ບາ Fidel Castro ​ໄດ້ຖື​ວ່າ: ປະຈຸ​ບັນພວມ​ມີ​ກົນອຸ​ບາຍກໍ່​ຜົນ​ຮ້າຍ​ຕໍ່​ຊື່​ສຽງ​ການ​ປະຕິວັດ​ກູ​ບາ ​ໃນ​ເຫດການ​ປານາມາ ຈັບ​ກຳ​ປັ່ນ​ຂອງ ສປປ ​ເກົາຫຼີ ທີ່ຂົນ​ສົ່ງ​ອາວຸດ​ຂອງ​ກູ​ບາ ກ່ອນ​ນີ້ 2 ອາທິດ. ​ໃນ​ຈົດໝາຍ​ຝາກ​ເຖິງ​ການນຳ​ປະ​ເທດ​ຕ່າງໆ ​ໄປ​ກູ​ບາ ​ເພື່ອ​ເຂົ້າຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​​ແຫ່ງ​ວັນ​ລຸ​ກຮຶ້ຂຶ້ນຂອງ​ກຳລັງ​ປະກອບ​ອາວຸດ, ການ​ນຳ Fidel Castro ​ເນັ້ນໜັກ​ວ່າ: ​ໃນ​ຊຸມ​ມື້​ຜ່ານ​ມາ ​ໄດ້​ປະກົດມີ​ກົນອຸບາຍ​ທຳລາຍ​ຊື່​ສຽງ​ການ​ປະຕິວັດ​ກູ​ບາ ​ແລະ ກ່າວ​ຫາຕໍ່ ສປຊ ວ່າ “ກູ​ບາ ມີການ​ເຄື່ອນ​ໄຫວ​​ໃຫ້​ທັງ​ສອງ​ຝ່າຍ“. ການ​ນຳ Fidel Castro  ຢືນຢັນ​ວ່າ: ​ເຖິງ​ວ່າຈະ​ແມ່ນ​ປະ​ເທດ​ໃຫ່ຍ ຫຼື​ນ້ອຍ​ກໍ່​ລ້ວນ​ແຕ່​ບໍ່​ໄດ້​ນຳ​ໃຊ້​ອາວຸດ​ລ້າງຜານ. ຕາມ​ທ່ານ​ແລ້ວ, ​ເຖິງ​ວ່າ​ໃນ​ຫຼາຍ​ປີຜ່ານມາ, ກູ​ບາ ​ໄດ້​ປະຕິ​ເສດ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ເກືອດ​ຫ້າມ​ອາວຸດ​ນິວ​ເຄຼຍກໍ່ຕາມ ​ແຕ່​ສິ່ງ​ດັ່ງກ່າວ​ບໍ່​ໝາຍ​ຄວາມ​ວ່າ Havana ​ໄດ້​ຊອກ​ຫາ​ວິທີ​ຜະລິດ​ອາວຸດ​ປະ​ເພດ​ນີ້.

 

 

 

 

 

ຂ່າວ/ບົດ​ອື່ນ