ການນຳ UPU ຕີລາຄາສູງການກຳນົດທິດພັດທະນາໄປສະນີຂອງ ຫວຽດນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ສະເໜີໃຫ້ທ່ານ Masahiko Metoki ແລະ UPU ສືບຕໍ່ເອົາໃຈໃສ່ແບ່ງປັນບົດຮຽນ, ໜູນຊ່ວຍດ້ານເຕັກນິກ ເພື່ອໃຫ້ ຫວຽດນາມ ຫັນເປັນທັນສະໄໝ
ການນຳ UPU ຕີລາຄາສູງການກຳນົດທິດພັດທະນາໄປສະນີຂອງ ຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ສະຫະພັນໄປສະນີສາກົນ (UPU) Masahiko Metoki
(ພາບ: VGP)

        ຕອນເຊົ້າວັນທີ 24 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ ໄດ້ຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ສະຫະພັນໄປສະນີສາກົນ (UPU) Masahiko Metoki ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິນລຶວກວາງ ສະເໜີໃຫ້ທ່ານ Masahiko Metoki ແລະ UPU ສືບຕໍ່ເອົາໃຈໃສ່ແບ່ງປັນບົດຮຽນ, ໜູນຊ່ວຍດ້ານເຕັກນິກ ເພື່ອໃຫ້ ຫວຽດນາມ ຫັນເປັນທັນສະໄໝ, ຍົກສູງກຳລັງແກ່ງແຍ້ງໃນຂົງເຂດໄປສະນີ - ເປັນໜຶ່ງໃນບັນດາພື້ນຖານໂຄງລ່າງສຳຄັນຂອງ ຫວຽດນາມ.

        ສ່ວນທ່ານ Masahiko Metoki ໃຫ້ຄຳໝັ້ນສັນຍາວ່າ, UPU ຈະສືບຕໍ່ແບ່ງປັນບົດຮຽນ, ວິຊາສະເພາະ ແລະ ໜູນຊ່ວຍດ້ານເຕັກນິກໃຫ້ແກ່ ຫວຽດນາມ. ທ່ານກໍຕີລາຄາສູງບົດບາດຂອງ ຫວຽດນາມ ເປັນຄັ້ງທຳອິດທີ່ເຂົ້າເປັນສະມາຊິກຂອງສະພາຂຸດຄົ້ນໄປສະນີຂອງ UPU ອາຍຸການ 2022 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ