ການນຳ VOV ມາໄວ້ອາໄລ ພະບາດສົມເດັດ ພະເຈົ້າມະຫາຊີວິດ ໄທ ພູມີພົນ ອະດູນຢາເດດ ຢູ່ສະຖານທູດ ລາຊະອານາຈັກໄທ


ການນຳ VOV ມາໄວ້ອາໄລ ພະບາດສົມເດັດ ພະເຈົ້າມະຫາຊີວິດ ໄທ ພູມີພົນ ອະດູນຢາເດດ ຢູ່ສະຖານທູດ ລາຊະອານາຈັກໄທ - ảnh 1
(ການນຳ VOV ມາໄວ້ອາໄລ ພະບາດສົມເດັດ ພະເຈົ້າມະຫາຊີວິດ ໄທ
ພູມີພົນ ອະດູນຢາເດດ ຢູ່ສະຖານທູດ ລາຊະອານາຈັກໄທ)

(vovworld) - ຕອນ​ບ່າຍ​ວັນ​ທີ 18/10, ຄະນະ​ຜູ້​ແທນ ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV), ​ໂດຍ​ທ່ານ ຫວູຫາຍ, ຮອງ​ຜູ້ອຳນວຍການ​ໃຫຍ່ VOV ນຳ​ໜ້າ​ໄດ້​ມາ ໄວ້ອາ​ໄລ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ​ໄທ ພູມີ​ພົນ ອະ​ດູ​ນຢາ​ເດດ ຢູ່​ສະຖານທູດ ລາຊະ​ອານາຈັກ​ໄທ, ທີ່ ຮ່າ​ໂນ້ຍ. ​ແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈຕໍ່​ປະຊາຊົນ​ໄທ, ທ່ານ ຫວູຫາຍ ຮອງ​ຜູ້ອຳນວຍການ​ໃຫຍ່ VOV ​ໄດ້​ຂຽນ​ໃສ່​ປື້​ມ​ໄວ້ອາ​ໄລວ່າ: “ສຸດ​ແສນ​​ເສົ້າ​ໂສກ​ເສຍດາຍ ຕໍ່​ການ​ສະຫວັນ​ນະ​ຄົດ​ຂອງ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ​ໄທ ພູມີ​ພົນ ອະ​ດູ​ນຢາ​ເດດ,  ​ເຊິ່ງ​ເປັນ​ພະ​ອົງ​ຜູ້​ສະຫຼາດ​ສະຫຼຽວ​ຂອງ​ປະຊາຊົນລາຊະ​ອານາຈັກ​ໄທ, ຄະນະ​ນຳ ກໍ່​ຄື​ນັກ​ຂ່າວ VOV  ຂໍ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຢ່າງ​ເລິກ​ເຊິ່ງ​ເຖິງ​ພະ​ລາ​ຊີ​ນີ, ລາຊະ​ອານາຈັກ, ລັດຖະບານ ​ແລະ ປະຊາຊົນ​ໄທ ຕໍ່ໜ້າ​ການ​ສູນ​ເສຍ​ອັນ​ໃຫຍ່​ຫຼວງ​ນີ້“.

ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ ​ໂງ​ຊວນ​ລີກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ນຳ​ໜ້າ ​ແລະ ຜູ້ຕາງໜ້າ​ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ, ​ໂດຍ​ທ່ານ ​ຮອງ​ລັດຖະມົນຕີ ເຈິ່ນກວົກ​ແຄ໋ງ, ນຳ​ໜ້າກໍ່​ໄດ້​ເຂົ້າ​ໄວ້ອາ​ໄລ ​ແລະ ຂຽນ​ໃສ່​ປື້​ມ ​ໄວ້ອາ​ໄລ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ​ໄທ ພູມີ​ພົນ ອະ​ດູ​ນຢາ​ເດດ ຢູ່​ສະຖານທູດ ລາຊະ​ອານາຈັກ​ໄທ, ທີ່ ຮ່າ​ໂນ້ຍ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ