ການນຳ ຈີນ, ຟີລີບປິນໂອ້ລົມທາງໂທລະສັບກ່ຽວກັບການພົວພັນ 2 ຝ່າຍ ແລະ ພາກພື້ນ

(VOVWORLD) -ທ່ານປະທານປະເທດ ຈີນ ສີຈິ້ນຜີງ ແລະ ທ່ານປະທານາທິບໍດີ ຟີລີບປິນ Rodrigo Duterte ມີການໂອ້ລົມທາງໂທລະສັບໃນວັນທີ 03/05 
ການນຳ ຈີນ, ຟີລີບປິນໂອ້ລົມທາງໂທລະສັບກ່ຽວກັບການພົວພັນ 2 ຝ່າຍ ແລະ ພາກພື້ນ - ảnh 1 ທ່ານປະທານາທິບໍດີ ຟີລີບປິນ Rodrigo Duterte (ພາບ:Kyodo/TTXVN)

ເພື່ອປຶກສາຫາລືການພົວພັນຮ່ວມມື 2 ຝ່າຍ ແລະ ບັນດາບັນຫາພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານປະເທດ ສີຈິ້ນຜີງ ຖືວ່າ ປະຈຸບັນ ຈີນ ແລະ ຟີລີບປິນ ພວມສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເຊິ່ງກັນ ແລະ ກັນ ແລະ ປະຕິບັດການຮ່ວມມືໃນຫລາຍຂົງເຂດ. ກ່ຽວຂ້ອງເຖິງຄວາມເຄັ່ງຕຶງໃນແຫຼມເກົາຫຼີ, ທ່ານ ສີຈິ້ນຜີງ ກະຕຸກຊຸກຍູ້ບັນດາຝ່າຍທັງໝົດຈົ່ງລະງັບໃຈ, ກັບຄືນສູ່ໂຕະເຈລະຈາໃຫ້ຖືກຕ້ອງຢ່າງໄວທີ່ສຸດຕາມຄວາມສາມາດ ແນໃສ່ແກ້ໄຂບັນຫາໃນປະຈຸບັນ. 

ຕອບກັບ

ຂ່າວ/ບົດ​ອື່ນ