ການ​ນຳ ປາ​ແລັດ​ສະ​ຕິນ, ອີ​ຢິບ, ຈໍ​ແດນ ຮຽກ​ຮ້ອງ​ໃຫ້​ປົກ​ປ້ອງ​ສິດ​ຂອງ​ຊາວ ປາ​ແລັດ​ສະ​ຕິນ

(VOVWORLD) -     ໃນການພົບປະສາມຝ່າຍທີ່ດຳເນີນໃນວັນທີ 18 ມັງກອນ, ຢູ່ນະຄອນຫຼວງ Cairo, ອີຢິບ, ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ທ່ານປະທານາທິບໍດີ ອີຢິບ Abdel – Fattah El – Sisi ແລະ ກະສັດ ຈໍແດນ Abdullah II ໄດ້ປຶກສາຫາລືກ່ຽວກັບບັນຫາ ປາແລັດສະຕິນ, ກໍຄືສະພາບການຢູ່ພາກພື້ນ ແລະ ໂລກໃນມໍ່ໆນີ້.
ການ​ນຳ ປາ​ແລັດ​ສະ​ຕິນ, ອີ​ຢິບ, ຈໍ​ແດນ ຮຽກ​ຮ້ອງ​ໃຫ້​ປົກ​ປ້ອງ​ສິດ​ຂອງ​ຊາວ ປາ​ແລັດ​ສະ​ຕິນ - ảnh 1ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas (ພາບ: AFP/TTXVN)

ຕາມນັ້ນແລ້ວ, ບັນດາການນຳໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງປົກປ້ອງສິດອັນຊອບທຳຂອງຊາວ ປາແລັດສະຕິນ ແລະ ຄວາມມານະພະຍາຍາມລວມ ເພື່ອແນໃສ່ບັນລຸສັນຕິພາບບົນພື້ນຖານມາດຕະການຄົວຕົວສອງລັດ. ທ່ານປະທານາທິບໍດີ Sisi ແລະ ກະສັດ Abdullah ຢັ້ງຢືນວ່າ ການສະໜັບສະໜູນຄວາມມານະພະຍາຍາມຂອງປະທານາທິບໍດີ Abbas ໃນສະພາບການທີ່ຫຼໍ່ແຫຼມໃນປັດຈຸບັນ, ເມື່ອພາລະກິດຂອງຊາວ ປາແລັດສະຕິນ ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍໃນພາກພື້ນ ແລະ ສາກົນ ນັບມື້ນັບເພີ່ມຂຶ້ນ. ການນຳບັນດາປະເທດກໍເນັ້ນໜັກວ່າ ປະຊາຄົມສາກົນ ຕ້ອງປົກປ້ອງຊາວ ປາແລັດສະຕິນ ແລະ ສິດອັນຊອບທຳຂອງເຂົາເຈົ້າ, ກະຕຸກຊຸກຍູ້ໃຫ້ປະຊາຄົມສາກົນ ພ້ອມກັນມານະພະຍາຍາມຊອກຫາມາດຕະການການເມືອງ ແນໃສ່ດໍາເນີນການເຈລະຈາຄືນໃໝ່ຢ່າງເຂັ້ມງດ ແລະ ມີປະສິດທິຜົນ ເພື່ອແກ້ໄຂບັນຫາ ປາແລັດສະຕິນ.

        ການນຳສາມທ່ານເຫັນດີເປັນເອກະພາບສືບຕໍ່ປຶກສາຫາລື ແລະ ສົມທົບກັນໃນຂອບເຂດສາມຝ່າຍຢູ່ທຸກຂັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ