ກາ​ນ​ນຳ ພັກ , ລັດ ຫວຽດ​ນາມ ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່ຢູ່​ທ້ອງ​ຖິ່ນ​ຕ່າງໆ

(VOVWORLD) -ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ, ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຮວ່າບິ່ງ.
ກາ​ນ​ນຳ ພັກ , ລັດ ຫວຽດ​ນາມ ຢ້ຽມ​ຢາມ, ອວຍ​ພອນ​ປີ​ໃໝ່ຢູ່​ທ້ອງ​ຖິ່ນ​ຕ່າງໆ - ảnh 1ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮວ່າບິ່ງ ແລະ ທ່ານ ເຈິ່ນຕ໊ວນແອັງ  ຫົວໜ້າຄະນະເສດຖະກິດສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ອວຍພອນປີໃໝ່ອົງຄະນະພັກແຂວງ ແລະ ປະຊາຊົນແຂວງ ກວ໋າງງາຍ

ວັນທີ 7 ກຸມພາ, ຢູ່ແຂວງ ກວ໋າງງາຍ, ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮວ່າບິ່ງ ແລະ ທ່ານ ເຈິ່ນຕ໊ວນແອັງ  ຫົວໜ້າຄະນະເສດຖະກິດສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ລົງໄປອວຍພອນປີໃໝ່ອົງຄະນະພັກແຂວງ ແລະ ປະຊາຊົນແຂວງ ກວ໋າງງາຍ ແລະ ມອບຂອງຂວັນເກືອບ 400 ພູດ ໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ໃນການເຮັດວຽກກັບການນຳແຂວງ ກວ໋າງງາຍ, ທ່ານ ຫງວຽນຮວ່າບິ່ງ ປາດຖະໜາວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ ການນຳແຂວງ ກວ໋າງງາຍ ຈະປ່ຽນແປງຈິນຕະນາການບຸກທະລຸໃໝ່. ແຫຼ່ງກຳລັງໃນໝູ່ປະຊາຊົນ, ວິສາຫະກິດ, ນັກທຸລະກິດທີ່ມີຄວາມສົນໃຈເຖິງ ກວ໋າງງາຍ, ນັກທຸລະກິດ ທີ່ມີບ້ານເກີດເມືອງນອນຢູ່ ກວ໋າງງາຍ ໃນທົ່ວປະເທດ ຍັງມີຢ່າງຫຼວງຫຼາຍ”.

        ໃນວັນດຽວກັນ, ທ່ານ ຟານດິ່ງຈາກ, ຫົວໜ້າຄະນະ ການເມືອງພາຍໃນສູນກາງພັກ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ, ມອບຂອງຂັວນ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ປ້ອມປ້ອງກັນຊາຍແດນ ດ່ານຊາຍແດນ ອາເດິດ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເທື່ອທຽນ - ເຫວ້ ແລະ ເມືອງ ອາເລື໊ອຍ, ແຂວງ ເທື່ອທຽນ - ເຫວ້. ທ່ານ ຟານດິ່ງຈາກ ໄດ້ມອບຂອງຂວັນ 400 ພູດ ໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ ອາເລື໊ອຍ, ເຊິ່ງແຕ່ລະພູດມີມູນຄ່າ 1.150.000 ລ້ານດົ່ງ.

        ກໍໃນວັນດຽວກັນ, ທ່ານ ຟ້າມມິງຈິ໊ງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ, ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ຮວ່າບິ່ງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ