ການ​ນຳ ພັກ, ລັດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ, ອວຍ​ພອນ​​ບຸນ​ເຕັດ​ຢູ່​ທ້ອງ​ຖິ່ນ​ຕ່າງໆ

(VOVWORLD) -ຕອນເຊົ້າວັນທີ 10 ກຸມພາ (ກົງກັບວັນທີ 29 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ຢູ່ນະຄອນເກີ່ນເທີ, ທ່ານ ເຈິ່ນແທັງເໝິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມດ້ວຍການນຳນະຄອນ ເກີ່ນເທີ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນບຸນເຕັດອົງຄະນະພັກ, ກອງບັນຊາການທະຫານເຂດ 9.
ການ​ນຳ ພັກ, ລັດ ຫວຽດ​ນາມ ໄປ​ຢ້ຽມ​ຢາມ, ອວຍ​ພອນ​​ບຸນ​ເຕັດ​ຢູ່​ທ້ອງ​ຖິ່ນ​ຕ່າງໆ - ảnh 1ທ່ານ ເຈິ່ນແທັງເໝິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ  ມອບຂອງຂວັນ ແລະ ອວຍພອນບຸນເຕັດອົງຄະນະພັກ, ກອງບັນຊາການທະຫານເຂດ 9 (ພາບ:baotintuc.vn)

ທ່ານ ເຈິ່ນແທັງເໝິນ ຮຽກຮ້ອງໃຫ້ກອງບັນຊາການທະຫານເຂດ 9 ປະຕິບັດເປົ້າໝາຍຄວບຄູ່ຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ມີປະສິດທິຜົນ, ທັງສຸມໃສ່ພັດທະນາເສດຖະກິດ - ສັງຄົມ. ທ່ານກ່າວວ່າ:

        “ຈັດຕັ້ງການເຊື່ອມຊຶມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກ ກອມມູນິດ ຫວຽດນາມ ໃນໝູ່ພະນັກງານ, ນັກຮົບ, ກຳລັງປະກອບອາວຸດທະຫານເຂດ 9 ຢ່າງເຂັ້ມງວດ. ຕໍ່ໜ້າສະພາບການຜັນແປສັບສົນໃນໂລກ,  ກຳລັງປະກອບອາວຸດຍາມໃດກໍຕ້ອງກຽມພ້ອມຕໍ່ສູ້, ເປັນເຈົ້າການຮັບມືກັບທຸກກໍລະນີຂອງກຳລັງເປັນປໍລະປັກ, ບໍ່ໃຫ້ຕົກຢູ່ໃນທ່າຮັບ. ພ້ອມກັນນັ້ນ ປະຕິບັດວຽກງານປ້ອງກັນຊາດ; ປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໃຫ້ເປັນຢ່າງດີ ເພື່ອພັດທະນາເສດຖະກິດ - ສັງຄົມ.”

        ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ດິງຕ໊ຽນຢຸງ ກໍໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັກ, ມອບຂອງຂວັນໃຫ້ແກ່ທະຫານເຈັບປ່ວຍ, ທະຫານເສຍອົງຄະ ພ້ອມດ້ວຍພະນັກງານຢູ່ສູນປິ່ນປົວບຳລຸງສຸຂະພາບທະຫານເສຍອົງຄະ ແລະ ທະຫານເຈັບປ່ວຍ ຍໍກວານ, ເມືອງ ຍໍກວານ, ແຂວງ ນິງບິ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ