ການນຳ ລັດເຊຍ, ເບລາຣຸດ ໂອ້ລົມທາງໂທລະສັບກ່ຽວກັບວິກິດການຊາວອົບພະຍົບ

(VOVWORLD) -ວັງ Kremlin ໃຫ້ຮູ້ວ່າ: ການນຳສອງທ່ານ ເນັ້ນຫນັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງ ເບລາຣຸດ ແລະສະຫະພາບເອີລົບ (ອີຢູ) ເພື່ອແກ້ໄຂວິກິດການຊາວອົບພະຍົບປະຈຸບັນ. 
ການນຳ ລັດເຊຍ, ເບລາຣຸດ ໂອ້ລົມທາງໂທລະສັບກ່ຽວກັບວິກິດການຊາວອົບພະຍົບ - ảnh 1ຊາວອົບພະຍົບ ຕັ້ງຄ້າຍຢູ່ ເບລາຣຸດ ບ່ອນຕິດກັບ ໂປໂລຍ ເມື່ອວັນທີ 14/11/2021.(ພາບປະກອບ:TTXVN)

ວັນທີ 19 ພະຈິກ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານ ປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບວິກິດການຊາວອົບພະຍົບຢູ່ເຂດຊາຍແດນ ລະຫວ່າງ ເບລາຣຸດ ແລະ ໂປໂລຍ.

ວັງ Kremlin ໃຫ້ຮູ້ວ່າ: ການນຳສອງທ່ານ ເນັ້ນຫນັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງ ເບລາຣຸດ ແລະສະຫະພາບເອີລົບ (ອີຢູ) ເພື່ອແກ້ໄຂວິກິດການຊາວອົບພະຍົບປະຈຸບັນ. ສອງຝ່າຍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບການກະທຳທີ່ບໍ່ອາດຮັບຮູ້ໄດ້ຂອງກຳລັງປ້ອງກັນຊາຍແດນ ໂປໂລຍ.

ຄວາມເຄັ່ງຕຶງລະຫວ່າງ ເອີລົບ ແລະ ເບລາຣຸດ ປີນຂັ້ນໄດໃນໄລຍະມໍ່ໆມານີ້. ອີຢູ ກ່າວເຕືອນ Minsk ທີ່ໄດ້ໃຫ້ຊາວອົບພະຍົບເດີນທາງເຂົ້າ ເບລາຣຸດ ແລະ ຂ້າມຊາຍແດນເຂົ້າໄປ ໂປໂລຍ ກໍ່ຄືບັນດາປະເທດສະມາຊິກອື່ນໃນກຸ່ມນີ້ ເພື່ອແນໃສ່ໂຕ້ຕອບເລື່ອງ ອີຢູ ຈັດວາງບັນດາມາດຕະການລົງໂທດ ເບລາຣຸດ ທີ່ກ່ຽວຂ້ອງເຖິງສະພາບການດ້ານການເມືອງ ຢູ່ ປະເທດນີ້. ຝ່າຍ ເບລາຣຸດ ຍາມໃດກໍ່ປະຕິເສດ ແລະ ຖືນີ້ແມ່ນຄຳກ່າວຫາໄຮ້ເຫດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ