ການ​ນຳ ລັດ​ເຊຍ ແລະ ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ລະ​ຫວ່າງ​ສອງ​ປະ​ເທດ

(VOVWORLD) -ຕອນຄ່ຳວັນທີ 07 ທັນວາ, ວັງ Kremlin ແລະ ທຳນຽບຂາວ ໄດ້ອອກແຈ້ງການຕໍ່ສື່ມວນຊົນພາຍຫຼັງສິ້ນສຸດກອງປະຊຸມສຸດຍອດແບບທາງໄກ ລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໂດຍໃຫ້ຮູ້ວ່າ ການນຳສອງປະເທດໄດ້ປຶກສາຫາລືຫຼາຍບັນຫາໃນໂຄງການດຳເນີນງານລະຫວ່າງສອງປະເທດ.
ການ​ນຳ ລັດ​ເຊຍ ແລະ ອາ​ເມ​ລິ​ກາ ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ລະ​ຫວ່າງ​ສອງ​ປະ​ເທດ - ảnh 1ທ່ານປະທານາທິບໍດີ Putin ເຈລະຈາກັບທ່ານປະທານາທິບໍດີ Joe Biden ແບບທາງໄກ ໃນວັນທີ 7 ທັນວາ (ພາບ: TTXVN)

ຕາມວັງ Kremlin ແລ້ວ, ທ່ານປະທານາທິບໍດີ Putin ແລະ ທ່ານປະທານາທິບໍດີ Joe Biden ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນ ເຊິ່ງລວມມີ ການຈຳກັດການເຄື່ອນໄຫວວຽກງານຂອງນັກການທູດ ກໍຄືບັນຫາຮ້ອນເຮັ່ງທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນຫົວຂໍ້ພົ້ນເດັ່ນແມ່ນສະພາບການຢູ່ ຢູແກຼນ. ສອງຝ່າຍກໍໄດ້ແລກປ່ຽນທັດສະນະກ່ຽວກັບການປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມສຸດຍອດ ລັດເຊຍ - ອາເມລິກາ ຢູ່ ເຊີແນວ (ສະວິດ) ເມື່ອເດືອນມິຖຸນາ ຜ່ານມາ, ເຈລະຈາກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ບັນຫານິວເຄຼຍ ອີຣານ. ວັງ Kremlin ໄດ້ໃຫ້ການຕີລາຄາວ່າ ກອງປະຊຸມສຸດຍອດແບບທາງໄກຄັ້ງນີ້ ໄດ້ດຳເນີນຢ່າງ “ກົງໄກກົງມາ ແລະ ເປັນມືອາຊີບ”, ໃນນັ້ນ ທ່ານປະທານາທິບໍດີ Putin ໄດ້ສະເໜີກັບທ່ານປະທານາທິບໍດີ Joe Biden ກ່ຽວກັບເລື່ອງ  ທັງສອງປະເທດຈະພ້ອມກັນຍົກເລີກຂໍ້ຈຳກັດທັງໝົດຕໍ່ອົງການຕາງໜ້າທາງການທູດຂອງກັນຢູ່ແຕ່ລະປະເທດ. 


ຕອບກັບ

ຂ່າວ/ບົດ​ອື່ນ