ການ​ນຳ ສ​ປ​ປ.ເກົາຫຼີ ​ປະ​ກົດ​ຕົວ​ຕໍ່​ໜ້າ​ມວນ​ຊົນ​ຄືນ​ໃໝ່ ພາຍຫຼັງ 3 ອາ​ທິດ

(VOVWORLD) -ວັນທີ 02 ພຶດສະພາ, ສຳນັກຂ່າວສານທາງການຂອງ ສປປ.ເກົາຫຼີ KCNA ໄດ້ເຜີຍຮູບພາບຕ່າງໆຂອງທ່ານປະທານ Kim Jong-un ເມື່ອທ່ານເຂົ້າຮ່ວມພິທີເປີດສະຫຼອງໂຮງງານແຫ່ງໜຶ່ງ.
ການ​ນຳ ສ​ປ​ປ.ເກົາຫຼີ ​ປະ​ກົດ​ຕົວ​ຕໍ່​ໜ້າ​ມວນ​ຊົນ​ຄືນ​ໃໝ່ ພາຍຫຼັງ 3 ອາ​ທິດ - ảnh 1 ທ່ານປະທານ Kim Jong-un ເຂົ້າຮ່ວມພິທີເປີດສະຫຼອງໂຮງງານແຫ່ງໜຶ່ງ (ພາບ:  KCNA)

           ນີ້ກໍແມ່ນການປະກົດຕົວຄັ້ງທຳອິດຂອງທ່ານ Kim Jong-un ຕໍ່ໜ້າມວນຊົນ ນັບແຕ່ຄັ້ງຫຼ້າສຸດແມ່ນວັນທີ 11 ເມສາ ຢູ່ທີ່ກອງປະຊຸມຂອງກົມການເມືອງ, ເປັນການລົບລ້າງບັນດາຂ່າວລືທີ່ກ່ຽວຂ້ອງເຖິງສຸຂະພາບຂອງການນຳປະເທດນີ້.

          ບັນດາຮູບພາບດັ່ງກ່າວ ໂດຍສຳນັກຂ່າວສານ ທາງການ ຂອງ ສປປ.ເກົາຫຼີ KCNA ເຜີຍແຜ່ໄປນັ້ນ ໄດ້ຊີ້ໃຫ້ເຫັນວ່າ, ທ່ານປະທານ Kim Jong-un ໄດ້ໄປຕິດຕາມກວດກາ ແລະ ຮັບຟັງບົດລາຍງານກ່ຽວກັບການເຄື່ອນໄຫວຂອງໂຮງງານຜະລິດປຸ໋ຍຢູ່ Sunchon, ທາງທິດເໜືອນະຄອນຫຼວງ ພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ