ການນຳ ອີຢິບ, UAE, ອິດສະຣາແອນ ປຶກສາຫາລືກ່ຽວກັບການຮັກສາຕະຫຼາດພະລັງງານ, ການຄ້ຳປະກັນດ້ານສະບຽງອາຫານ

(VOVWORLD) -ກອງປະຊຸມດຳເນີນໄປໃນສະພາບທີ່ UAE ພ້ອມກັບ ຊະອຸດີ ອາຣາເບຍ ໄດ້ຄັດຄ້ານຄຳຮຽກຮ້ອງຂອງຝ່າຍຕາເວັນຕົກໃນການ ເພີ່ມປະລິມານການຜະລິດນ້ຳມັນ ເພື່ອແນໃສ່ຄວບຄຸ້ມລາຄານ້ຳມັນດິບເພີ່ມຂຶ້ນຢ່າງແຮງຍ້ອນການປະທະກັນຢູ່ ຢູແກຼນ.
ການນຳ ອີຢິບ, UAE, ອິດສະຣາແອນ ປຶກສາຫາລືກ່ຽວກັບການຮັກສາຕະຫຼາດພະລັງງານ, ການຄ້ຳປະກັນດ້ານສະບຽງອາຫານ - ảnh 1ທ່ານປະທານາທິບໍດີອີຢິບ Abdel Fattah al Sisi ເປັນປະທານກອງປະຊຸມ
(ພາບ: AFP/TTXVN)

ວັນທີ 22 ມີນາ, ທ່ານປະທານາທິບໍດີອີຢິບ Abdel Fattah al Sisi ເປັນປະທານກອງປະຊຸມກັບ ອົງມົງກຸດລາຊະກຸມມານ Adu Dhabi ຂອງສະຫະລັດອາຣັບເອັມມີເຣດ Sheikh Mohamed bin Zayed al Nahya ແລະ ທ່ານນາຍົກລັດຖະມົນຕີ ອິດສະຣາແອນ Naftali Bannett ຢູ່ເຂດຕາກອາກາດ Shram al Sheikh ນອນໃນເຂດຫາດຊາຍທະເລແດງ. ໂຄສົກຫ້ອງວ່າການປະທານາທິບໍດີ ອີຢິບ Bassam Rado ໃຫ້ຮູ້ວ່າ, ການນຳ 3 ທ່ານໄດ້ປຶກສາຫາລືກ່ຽວກັບດ້ານພະລັງງານ, ການຮັກສາຕະຫຼາດ ແລະ ການຄ້ຳປະກັນດ້ານສະບຽງອາຫານໃຫ້ມີສະຖຽນລະພາບ, ກໍຄືບັນດາບັນຫາພາກພື້ນ ແລະ ສາກົນ.

ກອງປະຊຸມດຳເນີນໄປໃນສະພາບທີ່ UAE ພ້ອມກັບ ຊະອຸດີ ອາຣາເບຍ ໄດ້ຄັດຄ້ານຄຳຮຽກຮ້ອງຂອງຝ່າຍຕາເວັນຕົກໃນການ ເພີ່ມປະລິມານການຜະລິດນ້ຳມັນ ເພື່ອແນໃສ່ຄວບຄຸ້ມລາຄານ້ຳມັນດິບເພີ່ມຂຶ້ນຢ່າງແຮງຍ້ອນການປະທະກັນຢູ່ ຢູແກຼນ. ໃນຂະນະນັ້ນ, ອີຢິບ ພວມປະເຊີນໜ້າກັບຄວາມກົດດັນທາງດ້ານເສດຖະກິດຍ້ອນການປະທະກັນຢູ່ ຢູແກຼນ ເຮັດໃຫ້ສະກຸນເງິນຂອງປະເທດນີ້ຖືກຫຼຸດລົງ 14% ໃນວັນທີ 21 ມີນາ. ນອກນັ້ນ, ຍັງສູນເສຍແຫຼ່ງແຂກທ່ອງທ່ຽວມາຈາກ ລັດເຊຍ ແລະ ຢູແກຼນ, ພ້ອມກັນນັ້ນ ລາຄານ້ຳເຂົ້າ ເຂົ້າບະເລເພີ່ມຂຶ້ນສູງຍ້ອນ ລັດເຊຍ ແລະ ຢູແກຼນ ແມ່ນບັນດາປະເທດສະໜອງເຂົ້າບະເລເປັນສ່ວນຫຼາຍຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ