(VOVWORLD) - ທ່ານປະທານາທິບໍດີ ຢູແກຼນ ຢືນຢັນຄືນໃໝ່ເລື່ອງ ຢູແກຼນ ສະໜັບສະໜູນຄຳສັ່ງຢຸດຍິງໃນທັນທີ.
ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ແລະ ທ່ານ Donald Trump, ປະທານາທິບໍດີ ອາເມລິກາ
(ພາບ: Ukraine/REUTERS)
|
ວັນທີ 05 ສິງຫາ, ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ, ທ່ານໄດ້ມີການແລກປ່ຽນ “ມີປະສິດທິຜົນ” ກັບທ່ານ Donald Trump, ປະທານາທິບໍດີ ອາເມລິກາ, ໂດຍປິ່ນອ້ອມບັນດາຄວາມມານະພະຍາຍາມຢຸດຕິການປະທະກັນ ລັດເຊຍ - ຢູແກຼນ.
ໃນສື່ສັງຄົມ X, ທ່ານປະທານາທິບໍດີ ຢູແກຼນ ຢືນຢັນຄືນໃໝ່ເລື່ອງ ຢູແກຼນ ສະໜັບສະໜູນຄຳສັ່ງຢຸດຍິງໃນທັນທີ. ທ່ານເວົ້າວ່າ, Kiev ໄດ້ຍົກອອກຂໍ້ສະເໜີມາດຕະການຈຳນວນໜຶ່ງກັບ ມົດສະກູ ເພື່ອປະຕິບັດມາດຕະການດັ່ງກ່າວ. ນອກນັ້ນ, ທ່ານ Zelensky ກໍ່ເນັ້ນໜັກວ່າ, ຢູແກຼນ ພ້ອມແລ້ວຈະລົງນາມໃນຂໍ້ຕົກລົງກັບ ອາເມລິກາ ເລື່ອງສະໜອງເຮືອບິນບໍ່ມີຄົນຂັບ (UAV) ໂດຍປະເທດນີ້ຜະລິດ, ຖືກນີ້ແມ່ນ “ໜຶ່ງໃນບັນດາຂໍ້ຕົກລົງເຂັ້ມແຂງທີ່ສຸດ”, ຄາດວ່າ ດ້ວຍມູນຄ່າປະມານ 30 ລ້ານ USD.
ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ທ່ານ Steve Witkoff, ທູດພິເສດຂອງ ອາເມລິກາ ມີການພົບປະກັບການນຳ ລັດເຊຍ ຢູ່ ມົດສະກູ ໃນວັນທີ 06 ສິງຫາ.