ການນຳ ເຢຍລະມັນ, ຝລັ່ງ ສະໜັບສະໜູນ EU ຮັກສາການໜູນຊ່ວຍດ້ານການເງິນໃຫ້ ຢູແກຼນ

(VOVWORLD) - ໂດຍກໍ່ມີທັດສະນະທີ່ສະໜັບສະໜູນການສືບຕໍ່ໜູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ: EU ຕ້ອງໜູນຊ່ວຍຢ່າງພຽງພໍ ແລະ ຍາວນານໃຫ້ແກ່ ກີແອບ.
ການນຳ ເຢຍລະມັນ, ຝລັ່ງ ສະໜັບສະໜູນ EU ຮັກສາການໜູນຊ່ວຍດ້ານການເງິນໃຫ້ ຢູແກຼນ - ảnh 1ຊາວ ຢູແກຼນ ອົບພະຍົບຈາກນະຄອນ Mariupol ໄປຍັງນະຄອນ Zaporizhzhia
(ພາບ: AFP/TTXVN)

ວັນທີ 13 ທັນວາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ມາດຕະການໜູນຊ່ວຍດ້ານການເງິນທີ່ຍາວນານໃຫ້ແກ່ ຢູແກຼນ ທີ່ກອງປະຊຸມສຸດຍອດ ສະຫະພາບເອີລົບ (EU) ດຳເນີນໃນອາທິດນີ້, ໃນນັ້ນມີການປຶກສາຫາລືກ່ຽວກັບບັນຫາງົບປະມານ. ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ ເຢຍລະມັນ, ທ່ານ Scholz ໄດ້ຊີ້ແຈ້ງວ່າຈະຕົກລົງເຫັນດີເລື່ອງໜູນຊ່ວຍດ້ານການເງິນແບບຍືນຍົງ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ ຢູແກຼນ ໃນຊຸມປີຈະມາເຖິງທີ່ກອງປະຊຸມ EU ເຊິ່ງດຳເນີນໃນລະຫວ່າງວັນທີ 14 – 15 ທັນວາ. ໂດຍກໍ່ມີທັດສະນະທີ່ສະໜັບສະໜູນການສືບຕໍ່ໜູນຊ່ວຍດ້ານການເງິນໃຫ້ແກ່ ຢູແກຼນ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ: EU ຕ້ອງໜູນຊ່ວຍຢ່າງພຽງພໍ ແລະ ຍາວນານໃຫ້ແກ່ ກີແອບ. ກ່າວຄຳເຫັນໃນການພົບປະກັບທ່ານນາຍົກລັດຖະມົນຕີ ສະໂລເວນີ Robert Golob ທີ່ພວມຢ້ຽມຢາມ ປາຣີ, ທ່ານ Macron ໃຫ້ຮູ້ວ່າ: ທັງ 2 ປະເທດ ລ້ວນແຕ່ກຳນົດການສະໜັບສະໜູນ ຢູແກຼນ ຈົນຮອດເວລາໃດທີ່ຈຳເປັນ ກ່ຽວກັບດ້ານການທະຫານ, ເສດຖະກິດ, ມະນຸດສະທຳ ແລະ ການທູດ. ການນຳ ຝລັ່ງ ຢັ້ງຢືນວ່າຄວາມໝັ້ນຄົງລວມໝູ່ຂອງ EU ແມ່ນສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ