ການນຳIPUຫວັງວ່າຫວຽດນາມກາຍເປັນສະມາຊິກໝັ້ນຄົງຂອງສະຫະພັນລັດຖະສະພາລະຫວ່າງຊາດໂລກ

ການນຳIPUຫວັງວ່າຫວຽດນາມກາຍເປັນສະມາຊິກໝັ້ນຄົງຂອງສະຫະພັນລັດຖະສະພາລະຫວ່າງຊາດໂລກ - ảnh 1
ທ່ານ Martin Chungong ແລະ ທ່ານ​ນາງ ຕ່ອງ​ທິ​ຟ໋ອງ

(vovworld) – ທີ່​ການ​ຕ້ອນ​ຮັບ​ທ່ານ Martin Chungong, ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາລ​ະ​ຫວ່າງ​ຊ​າດ​ໂລກ (IPU) ແລະ ກຸ່ມ​ທີ່​ປຶກ​ສາ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ HIV/ AIDS ໃນ​ຕອນ​ເຊົ້າ​ວັນ​ທີ 30/11, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ​ ເນັ້​ນ​ໜັກ​ວ່າ: ຫວຽດ​ນາມ ​ເປັນ​ກຽດ​ທີ່​ສືບ​ຕໍ່​ໄດ​້​ຮັບ​ການເລືອກ​ເຟັ້ນ​ຈາກ IPU ​ເພື່ອ​ເຂົ້າ​ຮ່ວມ​ໂຄງ​ການ​ຮ່ວມ​ມື 3 ຝ່າຍ​ກ່ຽວ​ກັບ HIV/ AIDS ລະ​ຫວ່າງ IPU, ອົງ​ການ ສ​ປ​ຊ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ HIV/ AIDS ກັບ​ບາງ​ລັດ​ຖະ​ສະ​ພາທີ່​ເປັນ​ສະ​ມ​າ​ຊິກ IPU. ທ່ານ​ນາງຮອງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຫວັງ​ວ່າ: ລັດ​ຖະ​ສ​ະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຈະ​ສົ​ມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃນ​ການ​ກະ​ກຽມ​ຖະ​ແຫຼງ​ການ ຮ່າ​ໂນ້ຍ ທີ່​ຈະ​​ຍົກ​ອອກ​ມາ​ໃນກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ ຄັ້ງ​ທີ 132 ​ເຊິ່ງ​ຈະຈັດ​ຕັ້ງ​ຢູ່ ຫວ​ຽດ​ນາມ ໃນ​ເດືອນ 3/2015, ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນ​ທົ່ວ​ໂລ​ກ​​ໃນ​ການປະ​ກອບ​ສ່ວນ​ສ້າງ​​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາແບບ​ຍືນ​ຍົງ​ຫຼັງ​ປີ 2015, ໃນ​ນັ້ນ​ມີ​ການ​ປ້ອງ​ກັນ, ຕ້ານ HIV/ AIDS, ເພື່ອ​ແນ​ໃສ່​ສ້າງ​​ໂລກ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ປະ​ຊາ​ທິ​ປະ​ໄຕ ແລະ ພັດ​ທະ​ນາ.

        ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ 132, ທ່ານ Martin Chungong, ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ ເຊື່ອ​ໝັ້ນ​ວ່າ: ທີ່ກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ ຄັ້ງ​ທີ 132 ຈະ​ຈັ້ງ​ຕັ້ງ​ສຳ​ເລັດ​ຜົນ. ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ເຊິ່ງ ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ ແລະ ຍູ້ HIV/ AIDS ໃຫ້​ຖອຍ​ໄປ, ທ່ານ Martin Chungong ຢືນ​ຢັນ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ, ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ ຫວຽດ​ນາມ ​ຈະກາຍ​ເປັນ​ສະ​ມາ​ຊິກ​ໝັ້ນ​ຄົງ​​ເຂັ້ມ​ແຂງໃນ IPU.


ຂ່າວ/ບົດ​ອື່ນ