ການນຳKim Jong Un ອອກສະໝັກຮັບເລືອກຕັ້ງ ເຂົ້າເປັນສະມາຊິກ ສະພາແຫ່ງຊາດຊຸດໃໝ່


ການນຳKim Jong Un ອອກສະໝັກຮັບເລືອກຕັ້ງ ເຂົ້າເປັນສະມາຊິກ ສະພາແຫ່ງຊາດຊຸດໃໝ່ - ảnh 1

ການ​ນຳ​ສປປ​ເກົາຫຼີ Kim Jong Un

(ພາບ: AFP)

(vovworld)- ວັນ​ທີ 4/2, ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (KCNA)  ​ໃຫ້​ຂ່າວ​ວ່າ: ການ​ນຳ​ປະ​ເທດ​ນີ້, ທ່ານ Kim Jong Un ​ໄດ້​ຮັບ​ການສະ​ເໜີ​​ເຂົ້າຮ່ວມ​ການ​ເລືອກ​ຕັ້ງຄະນະ​ປະທານ​ສະພາ ປຊຊ ​ສູງ​ສຸດ (ສະພາ​ແຫ່ງ​ຊາດ-SPA)​ ສປປ ​ເກົາຫຼີ ຊື່​ງຄາ​ດວ່າ​ຈະ​ດຳ​ເນີນ​ໄປ​ໃນ​ເດືອນ​ໜ້າ. ຕາມ​ KCNA ​ແລ້ວ, ພາຍຫຼັງ​ທີ່​ພໍ່​ຂອງ​ທ່ານ, ອະດີດ​ການ​ນຳ Kim Jong Il ​ເຖິງ​ແກ່​ມໍລະນະ​ກຳ​ເມື່ອ​ທ້າຍ​ປີ 2011, ການ​ນຳ Kim Jong Un ​ໄດ້ຮັບ​ດຳລົງ​ຕຳ​ແໜ່​ງ​ເລຂາ​ຜູ້​ທີ 1 ພັກ​ແຮງ​ງານ ສປປ ​ເກົາຫຼີ, ປະທານ​ຜູ້​ທີ 1 ຄະນະ​ກຳມະການ​ປ້ອງ​ກັນ​ປະ​ເທດ ​ແລະ ຜູ້​ບັນຊາ​ການ​ສູງ​ສຸດ​ກອງທັບ ປຊຊ ສປປ ​ເກົາຫຼີ ​ແຕ່​ທ່ານ​ຍັງ​ບໍ່​ທັນ​​ເປັນ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ເທື່ອ.

  ກ່ອນ​ໜ້ານັ້ນ, ​ເມື່ອ​ເດືອນ 1/2014, ສະພາ​ແຫ່ງ​ຊາດ ສປປ ​ເກົາຫຼີ (SPA)​ ປະ​ກາດວ່າການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ມີ​ອາຍຸ​ການ 5 ປີ ຈະຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 9/3 ຈະ​ມາ​ເຖິງ./.

ຂ່າວ/ບົດ​ອື່ນ