ການນຳກະຊວງຕຳຫຼວດຫວຽດນາມຕ້ອນຮັບຫົວໜ້າຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບຈີນ

ການນຳກະຊວງຕຳຫຼວດຫວຽດນາມຕ້ອນຮັບຫົວໜ້າຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບຈີນ - ảnh 1
(ທ່ານລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ຕຳຫຼວດຫວຽດນາມ ຕ້ອນຮັບ
ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຈີນ ປະຈຳ ຫວຽດນາມ)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 17/6, ຢູ່ ຮ່າ​ໂນ້ຍ, ການ​ນຳ​ກະຊວງ​ຕຳຫຼວດ​ ຫວຽດນາມ​ ​ໄດ້​ໃຫ້ການຕ້ອນຮັບ​ຫົວໜ້າ​ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ ປະຈຳຫວຽດນາມ  ວາງ​ຈີ໋​ເຈົາ ທີ່ພວມ​ຢູ່​ຢ້ຽມຢາມ ຫວຽດນາມ. ທີ່​ການ​ຕ້ອນຮັບ, ພົນ​ຕີ ດັ້ງ​ວັນ​ຮ໋ຽວ, ລັດຖະມົນຕີ​ຊ່ວຍ​ວ່າການ​, ຜູ້ປະຈຳ​ການກະຊວງ​ຕຳຫຼວດ ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​​ເມື່ອ​ເຫັນວ່າ: ​ໃນ​ຊຸມ​ປີຜ່ານມາ, ກະຊວງ​ຕຳຫຼວດ​ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຈີນ ຍາມ​ໃດ​ກໍ​ຮັກສາ, ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ, ບັນລຸ​​ໄດ້ຜົນງານ​ຫຼາຍ​ຢ່າງ​ທີ່ຕັ້ງໜ້າ​ໃນ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື. ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ ດັ້ງ​ວັນ​ຮ໋ຽວ, ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ,​ ກະຊວງ​ຕຳຫຼວດ​ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຈີນ ຄວນ​ເພີ່ມ​ທະວີການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກໃນ​ຂົງ​ເຂດ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳທຸກ​ປະ​ເພດ. 2 ຝ່າຍດຳ​ເນີນການກະກຽມ​ໃຫ້​ກອງ​ປະຊຸມ​​ໂອ້​ລົມ​ສົນທະນາດ້ານ​ປ້ອງ​ກັນ​ຄວາມ​ສະຫງົບຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ ລະຫວ່າງ 2 ປະ​ເທດ​ເປັນ​ຢ່າງ​ດີ, ສືບ​ຕໍ່​ເປີດ​ກ້ວາງ​ການ​ພົວພັນຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ອື່ນໆ​ຄື: ວັດທະນະທຳ, ກິລາ…

         ຫົວໜ້າ​ຜູ້ຕາງໜ້າ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ ຈີນ  ປະຈຳ ຫວຽດນາມ ວາງ​ຈີ໋​ເຈົາ ອວຍພອນ​ໃຫ້​ສາຍ​ພົວພັນ​ຮ່ວມ​ມື ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ, ລະຫວ່າງກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຈີນ ແລະ ກະຊວງ​ຕຳຫຼວດ​ ຫວຽດນາມ ​ເວົ້າສະ​ເພາະ​​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ບັນລຸ​ໄດ້ຜົນ​ງານຫຼາຍຢ່າງ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ