ການນຳກະຊວງປ້ອງກັນປະເທດ ຫວຽດນາມ ເຮັດວຽກກັບ ກອງບັນຊາການທະຫານແຂວງ ຫຼວງພະບາງ

ການນຳກະຊວງປ້ອງກັນປະເທດ ຫວຽດນາມ ເຮັດວຽກກັບ ກອງບັນຊາການທະຫານແຂວງ ຫຼວງພະບາງ - ảnh 1
ທ່ານ​ພົນ​ໂທ ​ໂງ​ຊວນ​ລີກ
(ພາບປະກອບ)

(vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 24 – 27/6, ຕອນ​ບ່າຍ​ວັນ​ທີ 25/6, ທ່ານ​ພົນ​ໂທ ​ໂງ​ຊວນ​ລີກ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ​ກອງທັບ​ປະຊາຊົນ ຫວຽດນາມ, ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກອງບັນຊາ​ການ​ທະຫານ​ແຂວງ ຫຼວງ​ພະ​ບາງ. ທີ່​ການ​​ເຮັດ​ວຽກ, ທ່ານ ພັນ​​ເອກ ຄຳ​ຜາຍ ທຸມມະ​ວົງ, ຕາງໜ້າ​ໃຫ້​ກອງ​ບັນຊາ​ການ​ທະຫານ​ແຂວງ ຫຼວງ​ພະ​ບາງ, ລາຍ​ງານ​ກັບ​ຄະນະ​​ກ່ຽວ​ກັບ​ໝາກຜົນ​ການ​ຝຶກ​​ແອບ​ອົບ​ຮົມ, ກຽມພ້ອມ​ສູ້​ຮົບ, ວຽກ​ງານ​ສຶກສາ​ປ້ອງ​ກັນ​ຊາດທົ່ວ​ປວງ​ຊົນ, ​ການ​ສ້າງ​ເສດຖະກິດ​ຕິດ​ພັນກັບການ​ປ້ອງ​ກັນ​ຊາດ, ​ເພີ່ມ​ທະວີ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ກັບ​ກອງທັບ​ປະຊາຊົນ ຫວຽດນາມ. ທ່ານ ພັນ​ເອກ ຄຳ​ຜາຍ ຂໍ​ຂອບ​ອົກ​ຂອບ​ໃຈ​ທະຫານ​ເຂດ 2 ຂອງ ຫວຽດນາມ, ກໍ່​ຄືກອງບັນຊາ​ການ​ທະຫານ​ເຂດ 2 ​ແຂວງ​ເຊີນ​ລາ ​ແລະ ​ແຂວງ ດ້ຽນບຽນ ​ໄດ້​ເອົາ​ໃຈ​ໃສ່​ຊ່ວຍ​ເຫຼືອ​ເປັນ​ປະຈຳ. ທ່ານ​ພົນ​ໂທ ​ໂງ​ຊວນ​ລີກ ຫວັງ​ວ່າ ​​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງບັນຊາ​ການ​ທະຫານ​ແຂວງ ຫຼວງ​ພະ​ບາງ ​ຈະເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ກັນ, ສືບ​ຕໍ່​ປັບປຸງ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ອັນ​ດີງາມ​ຂອງ​ກອງທັບ 2 ປະ​ເທດ, ​ໃນ​ປາງ​ສົງຄາມ​ກໍ່​ຄື​ໃນ​​ໄລຍະສັນຕິພາບ.

ຂ່າວ/ບົດ​ອື່ນ