ການນຳກະຊວງປ້ອງກັນປະເທດຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ

ການນຳກະຊວງປ້ອງກັນປະເທດຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ  - ảnh 1
ພົນ​ໂທ ຫງວຽນ​ຈິ​ວິ້ງ, ​ຕ້ອນຮັບ​ທ່ານ​ນາງ Rose Gottemoell,
ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
(ພາບ: qdnd.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 03/03, ຢູ່​ຮ່າ​ໂນ​້ຍ, ພົນ​ໂທ ຫງວຽນ​ຈິ​ວິ້ງ, ລັດຖະມົນຕີ​ຊາວ​ຍວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Rose Gottemoell, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຮັບຜິດຊອບ​ຄວບ​ຄຸມອາວຸດ ​ແລະ ປ້ອງ​ກັນ​ຄວາ​ມສະຫງົບ​ສາກົນ, ​ເຊິ່ງພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ພົນ​ໂທ ຫງວຽນ​ຈິ​ວິ້ງ ຢືນ​ຢັນ​ວ່າ: ການ​ຮ່ວມ​ມື​ດ້ານ​ປ​້ອງກັນ​ປະ​ເທດ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ມີ​ບັນດາບາດກ້າວ​ໃໝ່. ​ເລື່ອງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ພາຍຫຼັງ​ສົງຄາມ​ຄື: ຊອກ​ຫາ, ທຳລາຍ​ລະ​ເບີດ​ບໍ່​ທັນ​ແຕກ, ວັດຖຸ​ລະ​ເບີດ, ໜູນ​ຊ່ວຍ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ ​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຕ້ອງ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ການ​​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ພາຍຫຼັງ​ສົງຄາມ​ຢູ່​ຫວຽດນາມ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​​ຂົງ​ເຂດປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ; ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງຈາກ​ໄພ​ທຳ​ມະ​ຊາດ, ກູ້​ຊ່ວຍ, ໜູນ​ຊ່ວຍ​ມະນຸດສະທຳ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ​ພົນ​ໂທ ຫງວຽນ​ຈິ​ວິ້ງ ​​ໄດ້​ໃຫ້ການ​ຕ້ອນຮັບ​ພັນ​ເອກ S.N.Zabgav, ທີ່​ປຶກສາ​ດ້ານ​ການ​ທະຫານ​​ເຫຼົ່າ​ທັບ​ອາກາດ,​ ເຫຼົ່າ​ທັບ​ເຮືອ ສ.ສະຫະພັນ​ລັດ​ເຊຍ ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ໜ້າ​ທີ່​ປະຕິບັດ​ງານທີ່ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ