ການນຳກະຊວງປ້ອງກັນປະເທດພົບປະກັບພະນັກງານຂັ້ນສູງໃນກອງທັບທີ່ໄດ້ພັກກິນເບຍບຳນານ

ການນຳກະຊວງປ້ອງກັນປະເທດພົບປະກັບພະນັກງານຂັ້ນສູງໃນກອງທັບທີ່ໄດ້ພັກກິນເບຍບຳນານ - ảnh 1
(​ພົນ​ເອກ ຟຸ່ງກວາງ​​ແທງ ພົບ​ປະ​ກັບ​ພະນັກງານກອງທັບ​ຂັ້ນ​ສູງທີ່​​ໄດ້​ພັກ​ກິນ​ເບຍ​ບຳນານ)

(vovworld) - ຕອນ​ເຊົ້າ​ວັນ​ທີ 20/01, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນປະເທດຫວຽດນາມ ​ໄດ້​ຈັດ​ຕັ້ງ​ກາ​ນພົບປະສ້າງສັນກັບ​ພະນັກງານ​​ຂັ້ນສູງໃນກອງທັບ​ທີ່​ໄດ້​ພັກ​ກິນ​ເບຍ​ບຳນານ, ໃນ​ບໍລິ​ເວນ​ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ຟຸ່ງກວາງ​​ແທງ, ກຳມະການ​ກົມ​ການ​ເມືອງ, ຮອງ​ເລຂາຄະ​ນະ​ພັກ​ການ​ທະຫານ​ສູນ​ກາງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ; ພ້ອມ​ກັບ​ອະດີດ​ການ​ນຳ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ເຂົ້າ​ຮ່ວມ​ການ​ພົບ​ປະ. ທ່ານ​ລັດຖະມົນຕີ ຟຸ່ງກວາງ​ແທງ ​ໄດ້​ແລກປ່ຽນຄຳເຫັນ​ກັບ​ບັນດາ​ຜູ້​ແທນ​ ກ່ຽວ​ກັບ​ສະພາບ​ການ​ເມືອງ​ທີ່​ພົ້ນ​ເດັ່ນ​ຢູ່​ໃນ​ປະ​ເທດ, ພາກ​ພື້ນ ​ແລະ ຕ່າງປະ​ເທດ; ສະພາບ​ການ​ເສດຖະກິດ - ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ...ບັນດາ​ພະນັກງານ​ທີ່​​ໄດ້​ພັກ​ກິນ​ເບ້ຍ​ບຳນານ, ໄດ້​ຍົກ​ອອກ​ບັນດາ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ສ້າງ​ກຳລັງ​ບົ່ມຊ້ອນດ້ານ​ການປ້ອງ​ກັນຊາ​ດ ກໍ່​ຄື​ກຳລັງ​ແຮງ​ສູ້​ຮົບຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ສະພາບ​ການ​ໃໝ່.

ຂ່າວ/ບົດ​ອື່ນ