ການ​ນຳ​ກຳປູ​ເຈຍ​ໃຫ້ການ​ຕ້ອນຮັບ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ

ການ​ນຳ​ກຳປູ​ເຈຍ​ໃຫ້ການ​ຕ້ອນຮັບ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ - ảnh 1
ການ​ຕ້ອນຮັບຄະນະ​ຜູ້​ແທນ​ຄະນະ​ພົວພັນ
​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ
(ພາບ: Phnom Penh)

(vovworld) - ຕອນ​ເຊົ້າ​ວັນ​ທີ 06/09 ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ປະຊາຊົນ ກຳປູ​ເຈຍ, ທ່ານ Tep Ngon ຮ​ອງປະທານ​ຜູ້​ທີ 2 ສະພາ​ສູງ ກຳປູ​ເຈຍ ​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ຮູຍຕັງ ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກນຳ​ໜ້າ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ກຳປູ​ເຈຍ. ທີ່​ການ​ພົບ​ປະ, 2 ຝ່າຍ​ໄດ້​ແລກປ່ຽນ ສະ​ເໜີ​ບາງ​ເນື້ອ​ໃນ ​ແລະ ມາດ​ຕະການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ ​ແລະ ປະກອບສ່ວນ​ໃຫ້​ສັນຕິພາບ, ສະຖຽນ​ລະ​ພາບ, ການພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ Tep Ngon ຢືນຢັນ​ວ່າ: ພັກ​ປະຊາຊົນ ກຳປູ​ເຈຍ ​ແລະ ປະຊາຊົນ ກຳປູ​ເຈຍ ຈະ​​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ພ້ອມ​ກັບ​ພັກ,ລັດ ​ແລະ ປະຊາຊົນ ຫວຽດນາມ ​ເພີ່ມ​ພຸມຄູນ​ສ້າງ​ໃຫ້ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ພັກ, 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ; ປາດ​ຖະໜາ​ຢາກ​ໃຫ້ 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ຕິດຕາມກວດກາ, ຊຸກຍູ້​ເລື່ອງຜັນ​ຂະຫຍາຍການ​ປະຕິບັດ​ບັນດາ​ເນື້ອ​ໃນ​ຂໍ້​ຕົກ​ລົງຮ່ວມ​ມື​ລະຫວ່າງ 2 ພັກ ​ແລະ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ