ການນຳຂັ້ນສູງ ຫວຽດນາມ ຢ້ຽມຢາມ ແລະ ອວຍພອນປະຊາຊົນຊາວຄຼິດເນື່ອງໃນວັນບຸນ ຄຼິດສະມາດ

(VOVWORLD) - ທ່ານ ເຈືອງຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໄດ້ອວຍພອນສັງຄະນາຍົກ ຫງວຽນຈີ໊ລີງ, ພ້ອມກັບບັນດາຄຸນພໍ່, ຜູ້ມີຍົດສັກຕຳແໜ່ງ...
ການນຳຂັ້ນສູງ ຫວຽດນາມ ຢ້ຽມຢາມ ແລະ ອວຍພອນປະຊາຊົນຊາວຄຼິດເນື່ອງໃນວັນບຸນ ຄຼິດສະມາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ລົງຢ້ຽມຢາມ, ອວຍພອນ ເຂດຊາວຄຼິດ ເຫ້ວ

ວັນທີ 23 ທັນວາ, ທ່ານ ເຈືອງຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານຂັ້ນສູນກາງໄດ້ລົງຢ້ຽມຢາມ, ອວຍພອນ ສັງຄະນາຍົກເຂດຊາວຄຼິດ ເຫ້ວ ຫງວຽນຈີ໊ລີງ, ປະທານສະພາສັງຄະລາດ ຫວຽດນາມ ພ້ອມດ້ວຍບັນດາຄຸນພໍ່, ຜູ້ມີຍົດສັກຕຳແໜ່ງ, ຊາວຄຼິດ ທີ່ສຳນັກສັງຄະລາດຊາວຄຼິດ ເຫ້ວ ເນື່ອງໃນໂອກາດວັນບຸນ ຄຼິດສະມາດ.

        ໂດຍຕາງໜ້າໃຫ້ການນຳພັກ, ລັດ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ, ທ່ານ ເຈືອງຮ່ວາບິ່ງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໄດ້ອວຍພອນສັງຄະນາຍົກ ຫງວຽນຈີ໊ລີງ, ພ້ອມກັບບັນດາຄຸນພໍ່, ຜູ້ມີຍົດສັກຕຳແໜ່ງ ແລະ ຊາວຄຼິດແຂວງ ເທື່ອທຽນເຫ້ວ ໃຫ້ໄດ້ຕ້ອນຮັບບຸນຄຼິດສະມາດເຕັມໄປດ້ວຍຄວາມອົບອຸ່ນ, ສະຫງົບສຸກ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຢັ້ງຢືນແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແມ່ນຍາມໃດກໍ່ເຄົາລົບນັບຖື ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ, ສາສະໜາ ຂອງປະຊາຊົນ, ຕອບສະໜອງສິດ, ຜົນປະໂຫຍດອັນເປັນທຳຂອງບັນດາສາສະນິກກະຊົນ, ເຮັດໃຫ້ພໍ່ແມ່ປະຊາຊົນທີ່ເຊື່ອຖືສາສະໜາຕ່າງໆຍາມໃດກໍ່ມີຄວາມອຸ່ນອ່ຽນໃຈ ແລະ ຮັກສາຄວາມປອງດອງຊາດ, ສົ່ງເສີມ, ສ້າງເງື່ອນໄຂໃຫ້ປະຊາຊົນພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສະມາຄີທົ່ວປວງຊົນທັງຊາດເພື່ອສ້າງສາ, ພັດທະນາບ້ານເກີດເມືອງນອນ, ປະເທດຊາດ.

        ໃນເຄິ່ງເດືອນຜ່ານມາ, ຊາວຄຼິດນະຄອນ ດ່ານັ້ງ ກໍ່ໄດ້ກະກຽມຕ້ອນຮັບວັນບຸນ ຄຼິດສະມາດຢ່າງຟົດຟື້ນ. ຢູ່ໝູ່ບ້ານຂອງຊາວຄຼິດໃນຕາແສງ ຮ່ວາອານ, ເມືອງ ເກີ໋ມເລະ, ນະຄອນດ່ານັ້ງ, ຊາວຄຼິດ ໄດ້ປະດັບປະດາເຮືອນຊານບ້ານຊ່ອງ ໃຫ້ສວຍງາມເພື່ອຕ້ອນຮັບວັນບຸນຄຼິດສະມາດ ຢ່າງຟົດຟື້ນມ່ວນຊື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ