ການນຳຂັ້ນສູງພັກ,ລັດຫວຽດນາມຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດກຸຍບາ

ການນຳຂັ້ນສູງພັກ,ລັດຫວຽດນາມຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກອມມູນິດກຸຍບາ - ảnh 1
(ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ
ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງພັກ​ກອມ​ມູນິດ​ກຸຍ​ບາ)


​(vovworld) - ຕອນ​ບ່າຍ​ວັນ​ທີ 29/05, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງພັກ​ກອມ​ມູນິດ​ກຸຍ​ບາ ​ໂດຍ​ທ່າ​ນ Salvador Valdes Mesa, ກຳມະການ​ກົມການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ລັດ​ກຸຍ​ບາ ​ເປ​ັນຫົວ​ໜ້າ​ຄະນະພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

        ທີ່​​ການ​ຕ້ອນຮັບ, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ຕີ​ລາຄາ​ສູງບັນດາ​ຜົນງານຍິ່ງ​ໃຫຍ່​​ເຊິ່ງພັກ, ລັດ ​ແລະ ປະຊາຊົນ​ກຸຍ​ບາ ບັນລຸ​ໄດ້​ໃນ​ວິວັດ​ການ​ສ້າງຮູບ​ແບບ​ເສດ​ຖະກິດ​ສັງຄົມ, ກໍ່​ຄື​ບັນດາ​ໄຊຊະນະ​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ; ສະ​​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ນີ້​​ແມ່ນ​ປັດ​ໃຈ​ສຳຄັນ​ເພື່ອ​ໃຫ້​ກຸຍ​ບາ ຍາດ​ໄດ້​ບັນດາ​ຜົນ​ງານ​ທີ່​ຕັ້ງໜ້າ​​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມກວ່າ, ປະຕິບັນຄ​າດໝາຍ​ສ້າງ​ປະ​ເທດ​ກຸຍ​ບາ​ສັງຄົ​ມນິຍົມ, ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ໝັ້ນ​ຄົນ​ຢ່າງ​ມີ​ໄຊ.

        ສ່ວນ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ​ຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ປີ 2015, 2 ປະ​ເທດ​ຈະຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (02/12/1960 – 02/12/2015) ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ສາມັກຄີ, ມິດ​ຕະພາບອັນ​ເປັນ​ມູນ​ເຊື້ອ ​ແລະ ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລ​ະ ປະຊາຊົນ 2 ປ​ະ​ເທດຫວຽດນາມ - ກຸຍ​ບາ.

        ທ່ານ Salvador Valdes Mesa ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ກຸຍ​ບາ ​ໃນ​ການ​ເພີ່ມ​ພູ​ນຄຸນ​ສ້າງນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້​ອດີງາມ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດກຸຍ​ບາ - ຫວຽດນາມ.

ຂ່າວ/ບົດ​ອື່ນ