ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບປະທານສະພາແຫ່ງຊາດ ສ.ເກົາຫຼີ

(VOVWORLD) -ທາງນະຄອນປາດຖະໜາວ່າ ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ສະມາຊິກໃນຄະນະຜູ້ແທນເອົາໃຈໃສ່, ໜູນຊ່ວຍນະຄອນປະຕິບັດສຳເລັດຄວາມຮັບຜິດຊອບຂອງຕົນ ໃນການເພີ່ມພູນຄູນສ້າງ, ພັດທະນາການພົວພັນຮ່ວມມືກັບ ສ.ເກົາຫຼີ
ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບປະທານສະພາແຫ່ງຊາດ ສ.ເກົາຫຼີ - ảnh 1ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຕ້ອນຮັບທ່ານ Kim Jin Pyo, ປະທານສະພາແຫ່ງຊາດ ສ.ເກົາຫຼີ
(ພາບ: X.K/VOV)

        ວັນທີ 13 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຟານວັນມ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານ Kim Jin Pyo, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ຄະນະຜູ້ແທນສະພາແຫ່ງຊາດ ສ.ເກົາຫຼີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານ ຟານວັນມ້າຍ ໄດ້ເນັ້ນໜັກເຖິງການກຳນົດແຈ້ງບົດບາດ, ຄວາມຮັບຜິດຊອບຂອງຕົນໃນການປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ສ.ເກົາຫຼີ, ທາງນະຄອນປາດຖະໜາວ່າ ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ສະມາຊິກໃນຄະນະຜູ້ແທນເອົາໃຈໃສ່, ໜູນຊ່ວຍນະຄອນປະຕິບັດສຳເລັດຄວາມຮັບຜິດຊອບຂອງຕົນ ໃນການເພີ່ມພູນຄູນສ້າງ, ພັດທະນາການພົວພັນຮ່ວມມືກັບ ສ.ເກົາຫຼີ ໃນການລົງທຶນ, ທ່ອງທ່ຽວ, ວັດທະນະທຳ, ກິລາ, ພົວພັນແລກປ່ຽນປະຊາຊົນ, ໃນນັ້ນມີຂົງເຂດ ການຫັນເປັນດີຈີຕອນ, ນຳໃຊ້ເຕັກໂນໂລຊີ, ຕ້ານການປ່ຽນແປງຂອງດິນຟ້າອາກາດ…

        ສ່ວນທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ຖືວ່າ ໃນວິວັດການຂົນຂວາຍການເປັນເຈົ້າພາບຈັດງານວາງສະແດງສາກົນ World Expo 2030, ນະຄອນ Busan ໄດ້ ແລະ ພວມຮັບການລົງທຶນພັດທະນາໃຫ້ກາຍເປັນຕົວເມືອງແບບຢ່າງອັດສະລິຍະ ນຳໃຊ້ເຕັກໂນໂລຊີສູງເຂົ້າໃນການຄຸ້ມຄອງຕົວເມືອງ. ຍ້ອນເຫດນັ້ນ, ນະຄອນ ໂຮ່ຈີມິນ ສາມາດໄປທັດສະນະສຶກສາ, ຮ່ຳຮຽນເອົາບົດຮຽນ, ຮ່ວມມືພ້ອມກັບ Busan ໃນຂົງເຂດຫັນເປັນດີຈີຕອນ, ກໍ່ສ້າງເຂດຕົວເມືອງອັດສະລິຍະ…

ຕອບກັບ

ຂ່າວ/ບົດ​ອື່ນ