ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບລາຊະທິດາ ຊູແອັດ

(VOVWORLD) -  ຕອນຄ່ຳວັນທີ 08 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບລາຊະທິດາ ຊູແອັດ Victoria Ingrid Alice Desiree ແລະ ພະສະຫວາມີ ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ການນຳນະຄອນ ໂຮ່ຈີມິນ ຕ້ອນຮັບລາຊະທິດາ ຊູແອັດ - ảnh 1 ທີ່ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານ ຫງວຽນແທ່ງຟອງ ໄດ້ເນັ້ນໜັກວ່າ: ນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຊູແອັດ. ທ່ານ ຫງວຽນແທັງຟອງ ປາດຖະໜາວ່າ ລາຊະທິດາ Victoria Ingrid Alice Desiree ຈະໜູນຊ່ວຍຮຽກຮ້ອງບັນດາວິສາຫະກິດ ຊູແອັດ ຮ່ວມມືກັບນະຄອນ ໂຮ່ຈີມິນ ໃນຂົງເຂດແກ້ໄຂບັນຫານ້ຳສະອາດໃນຕົວເມືອງ, ບຳບັດນ້ຳເສຍ; ແບ່ງປັນບົດຮຽນ, ຍົກສູງຄວາມຮັບຮູ້ຂອງປະຊາຊົນໃນການປົກປັກຮັກສາສິ່ງແວດລ້ອມ; ຮ່ວມມືຖ່າຍທອດເຕັກໂນໂລຊີໃນການກຳຈັດສິ່ງເສດເຫຼືອ.

        ສ່ວນລາຊະທິດາ Victoria Ingrid Alice Desiree ຖືວ່າ: ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງ ຊູແອັດ, ພິເສດແມ່ນນະຄອນຫລວງ Stockholm ມີຫລາຍຈຸດຄ້າຍຄືກັນກ່ຽວກັບສິ່ງທ້າທາຍໃນວິວັດການພັດທະນາ. ສິ່ງດັ່ງກ່າວ ກໍ່ແມ່ນໂອກາດເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ຝ່າຍໃນບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຄື ແກ້ໄຂມົນລະພິດສິ່ງແວດລ້ອມ, ກໍ່ສ້າງຕົວເມືອງອັດສະລິຍະ, ກຳຈັດສິ່ງເສດເຫຼືອ.

ຕອບກັບ

ຂ່າວ/ບົດ​ອື່ນ