ການນຳນະຄອນໂຮ່ຈີມິນ ຕ້ອນຮັບຄະນະການນຳ SSEAYP

(VOVWORLD) - ທ່ານ Yamatani Hideyuki, ການນຳໂຄງການຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ເດີນທະເລ (SSEAYP) ພ້ອມກັບຜູ້ແທນຂອງ 11 ປະເທດສະມາຊິກ ອາຊຽນ ເຂົ້າຮ່ວມລາຍການ

ຕອນເຊົ້າວັນທີ 4 ທັນວາ, ທ່ານ Yamatani Hideyuki, ການນຳໂຄງການຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ເດີນທະເລ (SSEAYP) ພ້ອມກັບຜູ້ແທນຂອງ 11 ປະເທດສະມາຊິກ ອາຊຽນ ເຂົ້າຮ່ວມລາຍການ, ໄດ້ພົບປະກັບການນຳນະຄອນໂຮ່ຈີມິນ. ທີ່ການເຮັດວຽກ, ທ່ານ ຮິ່ງແກັກມ້າງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມຂອງລັດຖະບານ ຍີ່ປຸ່ນ ແລະ ລັດຖະບານບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃນການເຊື່ອມຕໍ່ຊາວໜຸ່ມປະເທດຕ່າງໆ, ຊ່ວຍໜູນໃນການເພີ່ມທະວີນ້ຳໃຈມິດຕະພາບ, ຮັດແໜ້ນນ້ຳໃຈສາມັກຄີ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານ ຮິ່ງແກັກມ້າງ ຢັ້ງຢືນວ່າ: ເຫດການນີ້ແມ່ນການເຄື່ອນໄຫວພົບປະແລກປ່ຽນສາກົນມີຄວາມໝາຍສຳລັບປະຊາຊົນ ແລະ ໄວໜຸ່ມນະຄອນ, ຜ່ານນັ້ນ, ການນຳນະຄອນໂຮ່ຈີມິນ ປາດຖະໜາຢາກໃຫ້ພາບພົດຂອງນະຄອນໃກ້ຊິດກັບຊາວໜຸ່ມ ຍີ່ປຸ່ນ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ກ່ວາອີກ, ສ້າງກາລະໂອກາດພົບປະ, ແລກປ່ຽນບົດຮຽນແທດຈິງລະຫວ່າງຊາວໜຸ່ມໃນພາກພື້ນໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ